EU ປະ​ກາດໂຄຕານຳເຂົ້າຜະ​ລິດ​ຕະພັນກະ​ເສດ ແລະ ເຂົ້າສານ​ຂອງ ຫວຽດ​ນາ​ມ

(VOVWORLD) -ວັນທີ 15 ກໍລະກົດຄະນະກຳມະການ ເອີລົບ (EC) ໄດ້ປະກາດ ແລະ ຊີ້ແຈ້ງເຖິງແບບວິທີຄຸ້ມຄອງກ່ຽວກັບໂຄຕານຳເຂົ້າສຳລັບບາງຜະລິດຕະພັນກະສິກຳ ແລະ ເຂົ້າສານຂອງ ຫວຽດນາມ, ຕາມຂໍ້ຕົກລົງຂອງສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA).
EU ປະ​ກາດໂຄຕານຳເຂົ້າຜະ​ລິດ​ຕະພັນກະ​ເສດ ແລະ ເຂົ້າສານ​ຂອງ ຫວຽດ​ນາ​ມ - ảnh 1ເຂົ້າສານສົ່ງອອກໄປຕ່າງປະເທດ (ພາບ: TTXVN) 

EVFTA ຄາດວ່າຈະມີຜົນສັກສິດຢ່າງເປັນທາງການໃນວັນທີ 1 ສິງຫາ ແລະ ຕາມຂໍ້ຕົກລົງນີ້, ຜະລິດຕະພັນກະເສດ, ພິເສດແມ່ນເຂົ້າສານຂອງ ຫວຽດນາມ, ຈະໄດ້ ຍົກເວັ້ນພາສີນຳເຂົ້າເມື່ອສົ່ງໄປຂາຍໃຫ້ EU. ເຖິງຢ່າງໃດກໍ່ຕາມ, ບັນດາປະແພດສິນຄ້ານີ້ມີໂຄຕານຳເຂົ້າແຕ່ລະປີ.

ຕາມແຈ້ງການຂອງ EC ໃຫ້ຮູ້ວ່າ ໂຄຕານຳເຂົ້າເມື່ອສົ່ງໄປຂາຍໃຫ້ EU ສຳລັບບາງຜະລິດຕະພັນກະເສດ ຫວຽດນາມ ໄດ້ນຳໃຊ້ເລີ່ມແຕ່ວັນທີ 1 ສິງຫາ ລະອຽດຄື: ໄຂ່ໄກ່ມີໂຄຕາແຕ່ວັນທີ 1 ສິງຫາ ຮອດວັນທີ 31 ທັນວາ ແມ່ນກ່ວາ 208 ໂຕນ ແລະ ໂຄຕາໃນແຕ່ລະປີແມ່ນ 500 ໂຕນ; ຜັກທຽມ (ເກືອບ 168 ໂຕນ, 400 ໂຕນ); ສາລີ (2.083,334 ໂຕນ, 5000ໂຕນ),  ປາທູນາ(ເກືອບ 4.800ໂຕນ, 11.500ໂຕນ)…

ສຳລັບເຂົ້າສານແລ້ວ, EC ຍົກອອກກຳນົດຕ່າງຫາກດ້ວຍປະລິມານແຕ່ລະປີແມ່ນ 80.000ໂຕນ, ໃນນັ້ນມີເຂົ້າສານເປືອກ 20.000ໂຕນ, ເຂົ້າສານ 30.000ໂຕນ ແລະ ເຂົ້າສານຫອມ 30.000ໂຕນ.

ຕອບກັບ

ຂ່າວ/ບົດ​ອື່ນ