EU ປາດຖະໜາວ່າ ເວເນຊູເອລາ ຈະ ຊັ່ງຊາຂໍ້ຕົກລົງ ເນລະເທດ ເອກອັກຄະລັດຖະທູດ ເຢຍລະມັນ ຄືນໃໝ່

(VOVWORLD) -“ພວກຂ້າພະເຈົ້າຮູ້ສຶກເສຍດາຍຫຼາຍຕໍ່ເລື່ອງ ເວເນຊູເອລາ ເນລະເທດ ເອກອັກຄະລັດຖະທູດ ເຢຍລະມັນ, EU ປາດຖະໜາວ່າ ລັດຖະບານ ເວເນຊູເອລາ ຈະ ຊັ່ງຊາ ຂໍ້ຕົກລົງດັ່ງກ່ວາ ຄືນໃໝ່”
EU ປາດຖະໜາວ່າ ເວເນຊູເອລາ ຈະ ຊັ່ງຊາຂໍ້ຕົກລົງ  ເນລະເທດ ເອກອັກຄະລັດຖະທູດ ເຢຍລະມັນ ຄືນໃໝ່ - ảnh 1ທ່ານ Martin Kriener ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ເວເນຊູເອລາ.(ພາບ:REUTERS/TTXVN)

ວັນທີ 7 ມີນາ, ສະຫະພາບ ເອີລົບ (EU)  ໄດ້ສະແດງຄວາມປາດຖະໜາວ່າ: ເວເນຊູເອລາ ຈະ ຊັ່ງຊາຂໍ້ຕົກລົງ ເນລະເທດ ທ່ານ Martin Kriener ເອກອັກຄະລັດຖະທູດ ເຢຍລະມັນ ຄືນໃໝ່, ທ່ານນາງ Maja Kocijanic, ໂຄສົກຂອງທ່ານ Federica Mogherini ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການທູດ ຂອງ EU  ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຮູ້ສຶກເສຍດາຍຫຼາຍຕໍ່ເລື່ອງ ເວເນຊູເອລາ ເນລະເທດ ເອກອັກຄະລັດຖະທູດ ເຢຍລະມັນ, EU ປາດຖະໜາວ່າ ລັດຖະບານ ເວເນຊູເອລາ ຈະ ຊັ່ງຊາ ຂໍ້ຕົກລົງດັ່ງກ່ວາ ຄືນໃໝ່”.

ກ່ອນໜ້ານັ້ນ 1 ວັນ, ກະຊວງການຕ່າງປະເທດ ເວເນຊູເອລາ ໄດ້ວາງຂໍ້ຕົກລົງຈະ ເນລະເທດ ທ່ານ Kriener ເອກອັກຄະລັດຖະທູດ ດ້ວຍຂໍ້ກ່າວຫາວ່າແຊກແຊງເຂົ້າວຽກງານພາຍໃນ ຂອງ ເວເນຊູເອລາ. ທ່ານ Kriener ມີ 48 ຊົ່ວໂມງເພື່ອອອກຈາກປະເທດ ອາເມລິກາໃຕ້ນີ້. ຫຼັງຈາກນັ້ນ, ກະຊວງການຕ່າງປະເທດ ເຢຍລະມັນ ໄດ້ປະກາດວ່າ: ການ ເນລະເທດ ທ່ານ Kriener ເປັນການກະທຳທີ່ “ບໍ່ສາມາດເຂົ້າໃຈບໍ່ໄດ້” ແລະມັນພຽງແຕ່ເຮັດໃຫ້ສະພາບການຮ້າຍແຮງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ