EU ຮັບ​ອາ​ເມ​ລິ​ກາ ແລະ ພັ​ນ​ທະ​ມິດ NATO ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ເອີ​ລົບ

(VOVWORLD) -ທ່ານ Josep Borrell ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ຂອງ EU ໄດ້ຕີລາຄາວ່າ ໂຄງການລວມນີ້ຈະຊ່ວຍຍົກສູງປະສິດທິຜົນໃນການປ້ອງກັນຂອງ EU, ພ້ອມທັງປະກອບສ່ວນເພີ່ມທະວີຄວາມໝັ້ນຄົງໃນກຸ່ມ.
 EU ຮັບ​ອາ​ເມ​ລິ​ກາ ແລະ ພັ​ນ​ທະ​ມິດ NATO ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ເອີ​ລົບ - ảnh 1ທ່ານ Josep Borrell ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ຂອງ EU ແລກປ່ຽນກັບ ທ່ານນາງ Florence Parly ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ຢູ່ Brussels (ພາບ: AP)

ວັນທີ່ 6 ພຶດສະພາ, ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ສະຫະພາບເອີລົບ (EU) ໄດ້ເຫັນດີເປັນເອກະພາບຮັບຮອງເອົາຂໍ້ສະເໜີໃຫ້ ອາເມລິກາ, ການາດາ ແລະ ນ໋ອກແວ ພ້ອມກັບບັນດາສະມາຊິກ ອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (NATO) ເຂົ້າຮ່ວມໂຄງການຍູ້ໄວການເຄື່ອນໄຫວສົ່ງທະຫານຢູ່ອ້ອມເຂດເອີລົບ.

ນີ້ແມ່ນຄັ້ງທຳອິດ EU ເປີດກ້ວາງໂຄງການໃນຂອບເຂດຂໍ້ຕົກລົງການຮ່ວມມືໂຄງປະກອບປະຈຳການກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ (PESCO) ໃຫ້ແກ່ບັນດາປະເທດຢູ່ນອກກຸ່ມເຂົ້າຮ່ວມ. ທ່ານນາງ Annegret Kramp-Karrenbauer ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ໄດ້ສະແດງຄວາມຊົມເຊີຍການຜັນແປໃໝ່ແມ່ນ “ບາດກ້າວກະໂດດຂັ້ນ” ເພື່ອແນໃສ່ ຮັບປະກັນກຳລັງນັກຮົບ ເຊິ່ງອາດຈະໄດ້ຮັບການຜັນຂະຫຍາຍໃນວົງກ້ວາງ ຢູ່ທົ່ວເອີລົບ ຜ່ານຊາຍແດນຂອງບັນດາປະເທດ. ທ່ານນາງ ກໍ່ເນັ້ນໜັກວ່າ, ນີ້ແມ່ນຫົວຂໍ້ສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບ EU ເທົ່ານັ້ນ ຫາກຍັງແມ່ນສຳລັບ NATO ອີກດ້ວຍ.

ໃນຂະນະນັ້ນ, ທ່ານ Josep Borrell ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ຂອງ EU ໄດ້ຕີລາຄາວ່າ ໂຄງການລວມນີ້ຈະຊ່ວຍຍົກສູງປະສິດທິຜົນໃນການປ້ອງກັນຂອງ EU, ພ້ອມທັງປະກອບສ່ວນເພີ່ມທະວີຄວາມໝັ້ນຄົງໃນກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ