EU ຮັບຮອງເອົາການຜັນຂະຫຍາຍ ຄະນະຜູ້ຕ່າງໜ້າການທະຫານໄປຍັງມາລີ ຢ່າງເປັນທາງການ
(ພາບປະກອບ)
(vovworld) - ວັນທີ 18/02, ບັນດາລັດຖະມົນຕີຂອງສະຫະພາບເອີລົບ (EU) ໄດ້ຮັບຮອງເອົາການຜັນຂະຫຍາຍຄະນະຜູ້ຕ່າງໜ້າການທະຫານເຊິ່ງລວມມີ 500 ຄົນ ທີ່ຮັບຜິດຊອບໜ້າທີ່ຝືກຊ້ອມໃຫ້ແກ່ກອງທັບມາລີ ຢ່າງເປັນທາງການ. ກຸ່ມທຳອິດລວມມີທະຫານ 70 ຄົນໃນຄະນະຜູ້ຕາງໜ້າທະຫານຂອງ Eu ໄດ້ໄປຮອດມາລີໃນ 10 ມື້ກ່ອນແລ້ວ. ການກະທຳດັ່ງກ່າວຂອງບັນດາລັດຖະມົນຕີ EU ແມ່ນໄລຍະສຸດທ້າຍໃນວິວັດການສ້າງຕັ້ງຄະນະຝືກຊ້ອມ EU (EUTM) ທີ່ກຳນົດເວລາເຄື່ອນໄຫວແມ່ນ 15 ເດືອນ, ເພື່ອແນໃສ່ໜູນຊ່ວຍກຳລັງແຮງໃຫ້ແກ່ກອງທັບມາລີ.