Eurozone ວາງເງື່ອນໄຂ ປຶກສາຫາລືກ່ຽວກັບບ້ວງເງິນກູ້ຊ່ວຍທີ 3 ໃຫ້ເກຼັກ

Eurozone ວາງເງື່ອນໄຂ ປຶກສາຫາລືກ່ຽວກັບບ້ວງເງິນກູ້ຊ່ວຍທີ 3 ໃຫ້ເກຼັກ - ảnh 1
(ພາບປະກອບ)

​​(vovworld) - ກອງ​ປະຊຸມ​ສຸດ​ພາກ​ພື້ນ​ເຂດ​ນຳ​​ໃຊ້​ສະ​ກຸນ​ເງິນ​ເອີ​ໂລ​ລວມ (Eurozone) ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຂອງ​ເກຼັກ ຫາ​ກໍ​ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 08/07, ​ແຕ່​ບໍ່​ບັນລຸ​ໄດ້​ໝາກຜົນລະອຽດ​ໃດໆ ຍ້ອນ​ທ່ານ​ນາຍົກລັດຖະມົນຕີ​ເກຼັກ Alexis Tipras ບໍ່​​ຍົກອອກບັນດາ​ຂໍ້​ສະ​ເໜີ​ຕາມ​ຄວາມ​ຮຽກຮ້ອງ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ກອງປະຊຸມ​ດັ່ງ​ກ່າວ, ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ແຈ້ງວ່າ, ການ​ນຳ 28 ປະ​ເທດ​ສະຫະພາບ​ເອີ​ລົບ (EU) ຈະ​ຈັດ​ກອງ​ປະຊຸມ​ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ໃນ​ວັນ​ທີ 12/07 ຈະ​ມາ​ເຖິງ, ​ເພື່ອດຳ​ເນີນ​ການ​ປຶກສາ​ຫາລື ທີ່​ມີ​ລັກສະນະ​ຕັດສິນ​​ໃຫ້​ແກ່​ບັນ​ຫາ​ໜີ້ສິນ​ຂອງ​ເກຼັກ ກ່ອນ​ວັນ​ທີ 09/07.

      ກ່າ​ວຄຳ​ເຫັນ​ພາຍຫຼັງ​ກອງປະຊຸມ, ທ່ານ​ນາຍົກ​ລັດຖະມົນຕີ Alexis Tipras ເນັ້ນ​ໜັກ​ວ່າ, ຂໍ້​ຕົກລົງ​ລະ​ຫວ່າງ​ອາ​ແທນ ​ແລະ ບັນດາ​ເຈົ້າ​ໜີ້ ຕ້ອງ​​ແທດ​ເໝາະ​ດ້ານ​ສັງຄົມ ​ແລະ ສາມາດ​ຮອງ​ຮັບ​ດ້ານ​ເສດຖະກິດ, ຈະ​ໄດ້​ສ້າງສຳ​ເລັດ​ໃນ​ທ້າຍ​ອາທິດ​ນີ້.

ຂ່າວ/ບົດ​ອື່ນ