EVFTA ສ້າງ​ກຳ​ລັງ​ໜູນໃໝ່​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ

(VOVWORLD) -ຕອນບ່າຍວັນທີ 28 ພຶດສະພາ, ທີ່ກອງປະຊຸມຂ່າວນັດສາມັນ ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ດ່ວານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ, ໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວຂ້ອງເຖິງເລື່ອງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ-ສະຫະພາບເອີລົບ (EVIPA) ທີ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 9.
EVFTA ສ້າງ​ກຳ​ລັງ​ໜູນໃໝ່​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ - ảnh 1ທ່ານດ່ວານຄັກຫວຽດ

     ຕາມທ່ານຮອງໂຄສົກແລ້ວ, ສົນທີສັນຍາສອງສະບັບດັ່ງກ່າວ ຄາດວ່າຈະນຳມາເຊິ່ງບັນດາຜົນປະໂຫຍດທີ່ໃຫ່ຍຫຼວງ, ລະອຽດ ແລະ ແທດຈິງໃຫ້ແກ່ພື້ນຖານເສດຖະກິດ, ວິສາຫະກິດ, ປະຊາຊົນຂອງທັງຫວຽດນາມ ແລະ ອີຢູ,  ສ້າງກຳລັງໜູນໃໝ່ໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ. ຄາດວ່າ, ທີ່ກອງປະຊຸມສະໄໝສາມັນຄັງນີ້, ສະພາແຫ່ງຊາດຫວຽດນາມຈະພິຈາລະນາ, ດຳເນີນການໃຫ້ສັດຕະຍາບັນ ສັນຍາ EVFTA ແລະ EVIPA.

   ແລະ ກໍ່ໃນກອງປະຊຸມຂ່າວ, ເມື່ອຕອບຄຳຖາມກ່ຽວກັບບັນດາການເຄື່ອນໄຫວພົນລະເຮືອນຂອງຈີນ ໃນໄລຍະມໍ່ໆມານີ້ ຢູ່ເກາະ ຟູເລິມ ຂຶ້ນກັບເຂດໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ໃນນັ້ນມີການເຄື່ອນໄຫວຂຸດຄົ້ນຂີ້ຊາຍກໍ່ຄືປູກຜັກຂຽວນັ້ນ, ທ່ານ ດ່ວານຄັກຫວຽດ ຊີ້ແຈ້ງວ່າ:

   ຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍເທື່ອແລ້ວວ່າ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕທີ່ບໍ່ສາມາດໂຕ້ຖຽງໄດ້ສຳລັບສອງເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວຢູ່ບັນດາເຂດໝູ່ເກາະນີ້ ທີ່ບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ນັ້ນ ແມ່ນລະເມີດອະທິປະໄຕຂອງຫວຽດນາມ ແລະ ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ