EVFTA: ໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ

(VOVWORLD) - ວັນທີ 25 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບສະພາດຳເນີນທຸລະກິດ ອີຢູ - ອາຊຽນ, ຫ້ອງການການຄ້າສາກົນສິງກະໂປ ແລະ ສະຫະສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມທາງອອນລາຍດ້ວຍຫົວຂໍ້ວ່າ “EVFTA ມີຜົນສັກສິດຢ່າງເປັນທາງການ - ບັນດາໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ”. 
EVFTA: ໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ - ảnh 1ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ຕ່າວທິແທງເຮືອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN

  ກອງປະຊຸມແມ່ນໂອກາດທີ່ໄດ້ເພື່ອໃຫ້ບັນດາກຸ່ມບໍລິສັດນາໆຊາດຂອງ ອີຢູ ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຕະຫລາດ ຫວຽດນາມ ໃນປະຈຸບັນ ແນໃສ່ຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງ ອີຢູ ແລະ ຫວຽດນາມ (EVFTA) ໄດ້ນຳເຂົ້າປະຕິບັດ. ກອງປະຊຸມກໍ່ສຸມໃສ່ແບ່ງປັນກັບປະຊາຄົມວິສາຫະກິດ ອີຢູ ກ່ຽວກັບການອັບເດດສະພາບການດຳເນີນທຸລະກິດ, ສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍການຄ້າ ແລະ ບັນດາບາດກ້າວກະກຽມຂອງ ຫວຽດນາມ ພາຍຫລັງ EVFTA ມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ