FED ຮັກສາອັດຕາດອກເບ້ຍເປັນປົກກະຕິ

(VOVWORLD) - ຕອນຄ່ຳວັນທີ 11 ທັນວາ, ຕາມເວລາ ຮ່າໂນ້ຍ (ຫວຽດນາມ), ພາຍຫລັງກອງປະຊຸມສຸດທ້າຍໃນປີ 2019, ຄະນະກຳມະການຕະຫລາດເປີດສະຫະລັດ - ອົງການສ້າງແຜນກຳນົດນະໂຍບາຍຂອງກົມສະສົມສະຫະລັດ ອາເມລິກາ (FED) - ໄດ້ຕັດສິນໃຈຮັກສາອັດຕາດອກເບ້ຍກູ້ຢືມມາດຖານໄວ້ຄືເກົ່າໃນລະດັບໃນຄາດໝາຍປັດຈຸບັນແມ່ນແຕ່ 1,5% ເຖິງ 1,75% ເຊິ່ງໄດ້ໝູນໃຊ້ມາແຕ່ເດືອນ ຕຸລາ 2019.
FED ຮັກສາອັດຕາດອກເບ້ຍເປັນປົກກະຕິ - ảnh 1 ກົມສະສົມສະຫະລັດ ອາເມລິກາ (ພາບ: AFP/TTXVN)

        ຖະແຫຼງການນະໂຍບາຍພາຍຫລັງດຳເນີນກອງປະຊຸມເປັນເວລາ 2 ວັນ FED ໃຫ້ຮູ້ວ່າ: ທັດສະນະກ່ຽວກັບນະໂຍບາຍເງິນຕາໃຫ້ປັດຈຸບັນແມ່ນເໝາະສົມ ເພື່ອໜູນຊ່ວຍການເປີດກ້ວາງຢ່າງຕໍ່ເນື່ອງຂອງການເຄື່ອນໄຫວເສດຖະກິດ, ບັນດາເງື່ອນໄຂຕະຫລາດແຮງງານທີ່ສະດວກ ແລະ ໄພເງິນເຟີ້ໃຫ້ເຂົ້າໃກ້ກັບຄາດໝາຍດຸ່ນດ່ຽງ 2%. ຕະຫລາດແຮງງານຍັງຮັກສາຄວາມຕັ້ງໜ້າ ແລະ ການເຄື່ອນໄຫວເສດຖະກິດພວມເຕີບໂຕໃນລະດັບປານກາງ.

ຕອບກັບ

ຂ່າວ/ບົດ​ອື່ນ