Festival ທະເລ 2023 ເຊີດຊູຊຸດເສື້ອຍາວ ຫວຽດນາມ

(VOVWORLD) - ງານບຸນຄັ້ງທີ 4 ເພື່ອແນໃສ່ເຊີດຊູຈຸດຄວາມງາມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ ຜ່ານບັນດາການເຄື່ອນໄຫວວັດທະນະທຳດ້ານຈິດວິນຍານທີ່ເປັນເອກະລັກສະເພະ, ດຶງດູດໃຈ
Festival ທະເລ 2023 ເຊີດຊູຊຸດເສື້ອຍາວ ຫວຽດນາມ - ảnh 1(ພາບ: TTXVN)

ໃນຂອບເຂດການເຄື່ອນໄຫວຂ່ຳນັບຊົມເຊີຍ Festival ທະເລ ຍາຈາງ - ແຄ໋ງຮ່ວາ 2023, ຕອນຄ່ຳວັນທີ 31 ພຶດສະພາ, ຢູ່ນະຄອນ ຍາຈາງ, ສະຫະພັນແມ່ຍິງ ແຂວງ ແຄ໋ງຮ່ວາ ໄດ້ຈັດງານບຸນຊຸດເສື້ອຍາວ ຄັ້ງທີ 4. ຜ່ານການຈັດຕັ້ງ 3 ຄັ້ງ, ງານບຸນຊຸດເສື້ອຍາວ ໄດ້ກາຍເປັນເຫດການວັດທະນະທຳ - ທ່ອງທ່ຽວພົ້ນເດັ່ນ, ສ້າງຂີດໝາຍສະເພາະ, ດຶງດູດຄວາມສົນໃຈຂອງປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວຢູ່ແຂວງແຄ໋ງຮ່ວາເປັນຈຳນວນຫຼວງຫຼາຍ. ງານບຸນຄັ້ງທີ 4 ເພື່ອແນໃສ່ເຊີດຊູຈຸດຄວາມງາມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ ຜ່ານບັນດາການເຄື່ອນໄຫວວັດທະນະທຳດ້ານຈິດວິນຍານທີ່ເປັນເອກະລັກສະເພະ, ດຶງດູດໃຈ, ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ປີນີ້, ງານບຸນສືບຕໍ່ໄດ້ຍົກລະດັບດ້ານຂອບຂະໜາດ ແລະ ປ່ຽນໃໝ່ດ້ານເນື້ອໃນ, ນຳມາໃຫ້ປະຊາຊົນທ້ອງຖິ່ນພ້ອມກັບແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊົມຈຸດທີ່ເປັນເອກະລັກສະເພາະ ເມື່ອເຂົ້າຮ່ວມງານບຸນທະເລ ຂອງຍາຈາງ, ແຂວງ ແຄ໋ງຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ