Festival ທະເລຍາຈາງ 2023

(VOVWORLD) - ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ, ວັດຖຸພັນກວ່າ 300 ຢ່າງໄປສູ່ຜູ້ຊົມເຊິ່ງແມ່ນຈຸດທີ່ເປັນເອກະລັກພົ້ນເດັ່ນໃນການອອກແຮງງານ, ຊີວິດທາງດ້ານວັດຖຸ, ຈິດໃຈ
Festival ທະເລຍາຈາງ 2023 - ảnh 1ງານວາງສະແດງແນະນຳຈຸດທີ່ເປັນເອກະລັກພົ້ນເດັ່ນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
(ພາບ: TTXVN)

        ແຕ່ວັນທີ 01 ມິຖຸນາຫາວັນທີ 30 ສິງຫາ, ໃນຂອບເຂດ Festival ທະເລຍາຈາງ - ແຄງຮ່ວາ 2023, ຫໍພິພິຕະພັນແຂວງແຄງຮ່ວາໄດ້ສົມທົບກັບຫໍພິພິຕະພັນແຂວງດັກລັກຈັດງານວາງສະແດງ “ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳບັນດາເຜົ່າທິດໃຕ້ພາກກາງແລະເຂດໄຕງວຽນ”.

        ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ, ວັດຖຸພັນກວ່າ 300 ຢ່າງໄປສູ່ຜູ້ຊົມເຊິ່ງແມ່ນຈຸດທີ່ເປັນເອກະລັກພົ້ນເດັ່ນໃນການອອກແຮງງານ, ຊີວິດທາງດ້ານວັດຖຸ, ຈິດໃຈ… ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ໄຕງວຽນ, ຄື: ບານາ, ເອເດ, ເຊີດັງ, ຣາງລາຍ. ໃນຂອບເຂດງານວາງສະແດງຍັງສະແດງການຕີຄ້ອງ; ສະແດງບັນດາອາຊີບຫັດຖະກຳທີ່ເປັນມູນເຊື້ອ; ງານວາງສະແດງຕົ້ນໄມ້ປະດັບ…

ຕອບກັບ

ຂ່າວ/ບົດ​ອື່ນ