Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 ຈະຖືກດຳເນີນທີ່ນະຄອນບາກລຽວ

ລາຍການສະແດງສິລະປະເດີນກາຕາຍຕື
(ພາບ: vanhoadoisong)
|
(vovworld)- ມີ 21 ແຂວງ, ນະຄອນເຂດທາງທິດຕາເວັນອອກ, ຕາເວັນຕົກຂອງພາກໃຕ້ຈະເຂົ້າຮ່ວມ Festival ເດີນກາຕາຍຕື . ນີ້ແມ່ນຂ່າວຄາວໂດຍທ່ານ ວໍ້ວັນຢຸງ ເລຂາພັກແຂວງໆ ບາກລຽວ, ປະທານຮ່ວມຄະນະຈັດຕັ້ງ Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 ແຈ້ງໃຫ້ຊາບທີ່ການປະຊຸມຂ່າວກ່ຽວກັບເຫດການນີ້ ເມື່ອຕອນບ່າຍວັນທີ 9/1 ຢູ່ຮ່າໂນ້ຍ.
Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 ຈະຖືກດຳເນີນໃນລະຫວ່າງວັນທີ 20-25/4 ທີ່ນະຄອນບາກລຽວ ແຂວງບາກລຽວ ດ້ວຍບັນດາການເຄື່ອນໄຫວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຂດພາກໃຕ້. ທ່ານ ວໍ້ວັນຢຸງ ເລຂາພັກແຂວງໆ ບາກລຽວ, ປະທານຮ່ວມຄະນະຈັດຕັ້ງ Festival ໃຫ້ຮູ້ວ່າ :
“Festival ເດີນກາຕາຍຕືແຫ່ງຊາດຄັ້ງນີ້ ແມ່ນໂອກາດເພື່ອເຊີດຊູປະເພດສິລະປະທີ່ເປັນເອກະລັກນີ້. ນີ້ບໍ່ພຽງແຕ່ແມ່ນມໍລະດົກແຫ່ງຊາດເທົ່ານັ້ນ, ຫາກຍັງແມ່ນມໍລະດົກຂອງມວນມະນຸດອີກດ້ວຍ, ຜ່ານນັ້ນ, ກໍເຮັດໃຫ້ຊາວຫວຽດນາມທຸກໆຄົນເວົ້າລວມ ແລະ ປະຊາຊົນພາກໃຕ້, ທາງຕາເວັນຕົກພາກໃຕ້ ແລະ ແຂວງບາກລຽວເວົ້າສະເພາະ ມີຄວາມເອກອ້າງທະນົງໃຈທີ່ຕົນເອງໄດ້ປະກອບ ສ່ວນໃຫ້ໂລກ ກ່ຽວກັບມໍລະດົກວັດທະທະນຳບໍ່ມີຮູບຮ່າງ ເພື່ອຈາກນັ້ນ ອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະປະເພດນີ້. ຈາກນັ້ນ ກໍສ້າງຄວາມຮັ່ງມີທາງດ້ານຈິດໃຈໃຫ້ຊາວທ້ອງຖິ່ນຕົນ ກໍຄືພັດທະນາເສດຖະກິດ, ທ່ອງທ່ຽວຕິດພັນກັບ ສິລະປະເດີນກາຕາຍຕື ”