FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

(VOVWORLD) - FIFA ກໍ່ຈະເພີ່ມກອງທຶນໜູນຊ່ວຍຂຶ້ນທົບ 2 ເທົ່າໃຫ້ແກ່ໄລຍະກະກຽມແມ່ນຂຶ້ນເຖິງ 31 ລ້ານ USD ໃຫ້ບັນດາສະຫະພັນບານເຕະແຫ່ງຊາດ ມີທິມນັກກິລາຍາດສິດເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ 2023.
FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023 - ảnh 1ທິມນັກກິລາບານເຕະຍິງ ຫວຽດນາມ
(ພາບ: TTXVN)

        ວັນທີ 08 ມິຖຸນາ, ສະຫະພັນບານເຕະໂລກ (FIFA) ແຈ້ງໃຫ້ຊາບວ່າ ຈະຮັບປະກັນໃຫ້ນັກກິລາແຕ່ລະຄົນໃນບັນຊີລາຍຊື່ຈົດທະບຽນແຂ່ງຂັນຮອບຊິງຊະນະເລີດບານເຕະຍິງລະດັບໂລກ (FIFA World Cup ຍິງ) 2023 ຈະໄດ້ຮັບເງິນຢ່າງໜ້ອຍຸດ 30.000 USD.

        ຕາມແຈ້ງການແລ້ວ, FIFA ກໍ່ຈະເພີ່ມກອງທຶນໜູນຊ່ວຍຂຶ້ນທົບ 2 ເທົ່າໃຫ້ແກ່ໄລຍະກະກຽມແມ່ນຂຶ້ນເຖິງ 31 ລ້ານ USD ໃຫ້ບັນດາສະຫະພັນບານເຕະແຫ່ງຊາດ ມີທິມນັກກິລາຍາດສິດເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ 2023. ລະດັບເງິນໜູນຊ່ວຍແມ່ນຂຶ້ນກັບຜົນງານຂອງທິມນັ້ນທີ່ງານແຂ່ງຂັນ. ຮອບຊິງຊະນະເລີດບານເຕະດັ່ງກ່າວຈະດຳເນີນຢູ່ ອົດສະຕາລີ ແລະ ນິວຊີແລນ, ແຕ່ວັນທີ 20 ມິຖຸນາ - 20 ສິງຫາ. ຕາມຕາຕະລາງແຂ່ງຂັນແລ້ວ, ທິມນັກກິລາບານເຕະຍິງ ຫວຽດນາມ ຈະແຂ່ງກັບທິມບານເຕະຍິງ ອາເມລິກາ ໃນວັນທີ 22 ມິຖຸນາ, ປອກຕຸຍການ (27 ມິຖຸນາ) ແລະ ໂຮນລັງ (01 ສິງຫາ)

ຕອບກັບ

ຂ່າວ/ບົດ​ອື່ນ