FTAຈະນຳມາເຊິ່ງບັນດາຜົນປະໂຫຍດໃຫຍ່ຫລວງໃຫ້ແກ່ເສດຖະກິດຂອງຫວຽດນາມແລະອີຢູ

FTAຈະນຳມາເຊິ່ງບັນດາຜົນປະໂຫຍດໃຫຍ່ຫລວງໃຫ້ແກ່ເສດຖະກິດຂອງຫວຽດນາມແລະອີຢູ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld)-​ຕອນ​ເຊົ້າ​ວັນ​ທີ 25/6, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ສົມ​ທົບ​ກັບ​ສະ​ຖານ​ທູດ ແດນ​ມາກ ປະ​ຈຳ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ະ​ຫະ​ພາບ​ເອີ​ລົບ- ເນື້ອ​ແທ້​ສຳ​ລັບ​ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ”. ໂດຍ​ເລ​ີ່ມ​ປະ​ຕິ​ບັດ​ແຕ່​ເດືອນ 6/2012 ມາ​ຮອດ​ປ​ະ​ຈຸ​ບັນ, ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ ໄດ້​ຜ່ານ​ການ​ເຈ​ລະ​ຈາຢ່າງ​ເປັນ​ທາງ​ການ 13 ຄັ້ງ ພ້ອມ​ກັບ​ການ​ເຈ​ລະ​ຈາ​ກາງ​ສະ​ໄຫມ​ຫລາຍ​ຄັ້ງ. ປະ​ຈຸ​ບັນ ບັນ​ດາ​ຝ່າຍ​ພວມ​ໃນ​ໄລ​ຍະ​ສຸດ​ທ້າຍ ເພື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ສັນ​ຍາ. ເພາະ​ສະ​ນັ້ນ, ກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ​້​ບັນ​ດາ​ນັກ​ຄຸ້ມ​ຄອງ, ນັກ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ, ບັນ​ດາ​ສະ​ຫະ​ສະ​ມາ​ຄົມ, ຜູ້​ຊ່ຽວ​ຊານ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ ກໍ​ຄື​ຮັບ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ. ຕາມ​ຜູ້​ແທນ​ຫລາຍ​ທ່ານ​ແລ້ວ, ເມື່ອ​ສັນ​ຍາ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ.

ຂ່າວ/ບົດ​ອື່ນ