G20 ອອກຖະແຫຼງການ ຮ່ວມກ່ຽວກັບຄວາມ ໝັ້ນຄົງດ້ານພະລັງງານ
(ພາບປະກອບ: finnaircargo.com)
(vovworld)- ຄວາມໝັ້ນຄົງດ້ານພະລັງງານຕ້ອງແມ່ນບຸລິມະສິດຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນອັນດັບ 1 ໃນໂລກ (G20) ແລະ ຄວາມມີສະຖຽນລະພາບຂອງບັນດາຕະຫຼາດແມ່ນປັດໄຈຕົ້ນຕໍສຳລັບການເຕີບໂຕຂອງກຸ່ມ. ນີ້ແມ່ນຄຳຢືນຢັນໄດ້ຍົກອອກໃນຖະແຫຼງການຮ່ວມຫຼັງວາລະອັດກອງປະຊຸມຂັ້ນສູງ G20 ເມື່ອວັນທີ 16/11 ຊື່ງໄດ້ຈັດຂຶ້ນຢູ່ອົດສະຕາລີ. ຖະແຫຼງການຮ່ວມເນັ້ນໜັກເຖິງສະຖຽນລະພາບຍາວນານຂອງບັນດາຕະຫຼາດນ້ຳມັນບໍ່ທີ່ຖືກຮັບຮູ້ວ່າແມ່ນປັດໄຈຕົ້ນຕໍເພື່ອຮັບປະກັນຜົນສຳເລັດຂອງການປະຕິຮູບຊື່ງບັນດາສະມາຊິກ G20 ໄດ້ໃຫ້ຄຳໝັ້ນສັນຍາ. ບັນດາການນຳ G20 ເຫັນດີເປັນເອກະສັນບຸລິມະສິດເພີ່ມທະວີການຮ່ວມມືດ້ານພະລັງງານ ພ້ອມທັງຮຽກຮ້ອງດຳເນີນການປະຊຸມລັດຖະມົນຕີກະຊວງພະລັງງານປະເທດຕ່າງໆໃນປີ 2015.
ໃນວັນດຽວກັນ, ກອງປະຊຸມ G20 ກໍ່ອອກຖະແຫຼງການຮ່ວມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຊື່ງໃນນັ້ນໄດ້ຊຸກຍູ້ການກະທຳຢ່າງແຮງ ແລະ ມີປະສິດທິຜົນໃນຂົງເຂດນີ້. ຖະແຫຼງການຮ່ວມໄດ້ຢ້ຳຄືນການໜູນຊ່ວຍຂອງບັນດາປະເທດ G20 ເພື່ອແນໃສ່ລະດົມດ້ານການເງິນໃຫ້ແກ່ບັນດາໂຄງການກ່ຽວກັບສິ່ງແວດລ້ອມຄື: ກອງທຶນອາກາດຂຽວຂອງ ສປຊ./.