G20 ເຫັນດີຕໍ່ກົນໄກລວມຕໍ່ເວລາການຊຳລະໜີ້ສິນໃໝ່ໃຫ້ແກ່ບັນດາປະເທດທຸກຍາກ

(VOVWORLD) -  ວັນທີ 13 ພະຈິກ, ບັນດາລັດຖະມົນຕີກະຊວງການເງິນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ເປັນຄັ້ງທຳອິດ ທີ່ຮັບຮອງເອົາກົນໄກລວມກ່ຽວກັບການແກ້ໄຂໜີ້ສິນຂອງບັນດາປະເທດພວມພັດທະນາ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.
G20 ເຫັນດີຕໍ່ກົນໄກລວມຕໍ່ເວລາການຊຳລະໜີ້ສິນໃໝ່ໃຫ້ແກ່ບັນດາປະເທດທຸກຍາກ - ảnh 1 G20 ເຫັນດີຕໍ່ກົນໄກລວມຕໍ່ເວລາການຊຳລະໜີ້ສິນໃໝ່ໃຫ້ແກ່ບັນດາປະເທດທຸກຍາກ (ພາບປະກອບ / THX/TTXV)

        ຂໍ້ສະເໜີດັ່ງກ່າວ ໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ທີ່ດຳເນີນທາງອອນລາຍ. ຕາມນັ້ນແລ້ວ, ບັນດາຝ່າຍໄດ້ເຫັນດີຕໍ່ກົນໄກລວມ ເພື່ອຕໍ່ກຳນົດເວລາການຊຳລະໜີ້ສິນ ຫຼື ຫລຸດໜີ້ສິນລົງ ແມ່ນຂຶ້ນກັບແຕ່ລະກໍລະນີຂອງບັນດາປະເທດທີ່ມີຄວາມສ່ຽງ. ໃນເດືອນ ຕຸລາ ຜ່ານມາ, ທະນາຄານໂລກໃຫ້ຮູ້ວ່າ ໜີ້ສິນຂອງ 73 ປະເທດດ້ອຍພັດທະນາໃນທົ່ວໂລກປີ 2019 ໄດ້ເພີ່ມຂຶ້ນ 9,5% ຂຶ້ນເຖິງລະດັບບັນລຸສະຖິຕິ 744 ຕື້ USD. ເຈົ້າໜີ້ຂອງກຸ່ມປະເທດດັ່ງກ່າວ ສ່ວນຫລາຍແມ່ນບັນດາປະເທດ G20.

ຕອບກັບ

ຂ່າວ/ບົດ​ອື່ນ