G20 ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເບີກ​ຈ່າຍ​ເງິນ​ກ່ວາ 7.000 ຕື້ USD ເພື່​ອ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) - ກຸ່ມບັນດາປະເທດພັດທະນາແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນວັນທີ 15 ເມສາໄດ້ເຫັນດີເປັນເອກະພາບເບີກຈ່າຍເງິນກ່ວາ 7.000 ຕື້ USD ເພື່ອແນໃສ່ຮັກສາຕະຫຼາດແຮງງານ, ບັນດາວິສາຫະກິດແລະພື້ນຖານເສດຖະກິດໃນສະພາບການໂລກພວມປະເຊີນໜ້າກັບໂລກລະບາດ Covid -19.
G20 ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເບີກ​ຈ່າຍ​ເງິນ​ກ່ວາ 7.000 ຕື້ USD ເພື່​ອ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19 - ảnh 1ພາບປະກອບ: Getty Images 

ພາຍຫຼັງກອງປະຊຸມທາງອອນລາຍລະຫວ່າງບັນດາລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງ G20, ບັນດາຝ່າຍໄດ້ຢັ້ງຢືນສະໜັບສະໜູນຂໍ້ລິເລີ່ມເລື່ອນກຳນົດເວລາໃຊ້ໜີ້ໃຫ້ແກ່ບັນດາປະເທດທຸກຍາກທີ່ສຸດ. ນອກຈາກນັ້ນ, G20 ຍັງໃຫ້ຄຳໝັ້ນສັນຍາຈະປົກປັກຮັກສາຕະຫຼາດວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ຮັກສາລະບົບການເງິນທົ່ວໂລກໃຫ້ເປັນປົກກະຕິ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຜ່ານຜ່າໂລກລະບາດ Covid -19.

ຕອບກັບ

ຂ່າວ/ບົດ​ອື່ນ