G7 ຄາດ​ວ່າ ຈະ​ລະ​ດົມ​ເງິນ​ເປັນ​ຈຳ​ນວນ 500 ຕື້ USD ເພື່ອ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ບັນດາລັດຖະມົນຕີການເງິນ ແລະ ການນຳທະນາຄານຂັ້ນສູງການບັນດາປະເທດ G7 ໄດ້ດຳເນີນກອງປະຊຸມທາງອອນລາຍ ໃນວັນທີ 12 ກຸມພາ, ໃນນັ້ນ ເນື້ອໃນຕົ້ນຕໍ່ແມ່ນປຶກສາຫາລື ກ່ຽວກັບສະພາບການເສດຖະກິດໂລກ ໃນສະພາບການເກີດໂລກລະບາດໂຄວິດ - 19. 
G7 ຄາດ​ວ່າ ຈະ​ລະ​ດົມ​ເງິນ​ເປັນ​ຈຳ​ນວນ 500 ຕື້ USD ເພື່ອ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: EPA

ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ການາດາ, ອີຕາລີ, ເຢຍລະມັນ ແລະ ຍີ່ປຸ່ນ ພວມພິຈາລະນາຄວາມເປັນໄປໄດ້ໃນການລະດົມເງິນເປັນຈຳນວນ 500 ຕື້ USD ຜ່ານກອງທຶນເງິນຕາສາກົນ (IMF) ເພື່ອໜູນຊ່ວຍໃຫ້ແກ່ບັນດາປະເທດ ທຸກຍາກທີ່ສຸດໃນໂລກ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ນີ້. ບັນດາລັດຖະມົນຕີການເງິນ ແລະ ການນຳທະນາຄານຂັ້ນສູງການບັນດາປະເທດ G7 ໄດ້ດຳເນີນກອງປະຊຸມທາງອອນລາຍ ໃນວັນທີ 12 ກຸມພາ, ໃນນັ້ນ ເນື້ອໃນຕົ້ນຕໍ່ແມ່ນປຶກສາຫາລື ກ່ຽວກັບສະພາບການເສດຖະກິດໂລກ ໃນສະພາບການເກີດໂລກລະບາດໂຄວິດ - 19. G7 ອາດຈະຍົກອອກບັນດາຄຳຕັດສິນສຳຄັນ, ເປັນຕົ້ນແມ່ນການແບ່ງປັນສິດຖອນທຶນພິເສດ (SDR). ເມື່ອປີ 2009, SDR ໄດ້ຊ່ວຍເຫຼືອເງິນເປັນຈຳນວນ 183 ຕື້ USDໃຫ້ບັນດາປະເທດເພື່ອແກ້ໄຂຜົນກະທົບຈາກການວິກິດການດ້ານການເງິນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ