G7 ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

(VOVWORLD) -ລັດຖະມົນຕີບັນດາປະເທດ G7 ກໍ່ຍອມຮັບບັນຫາທີ່ມີລັກສະນະຍຸດທະສາດ ໂດຍກ່ຽວຂ້ອງເຖິງສິດໄດ້ນຳໃຊ້ວັກຊິນກັນໂຄວິດ - 19 ທຸກຊະນິດ ແລະ ຈະຊຸກຍູ້ບັນດາຄຳໝັ້ນສັນຍາອຸປະຖຳຂອງບັນດາສະມາຊິກໃນກຸ່ມ.
G7 ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron - ảnh 1ພາບປະກອບ:  tbsnews.net

ວັນທີ 29 ພະຈິກ, ລັດຖະມົນຕີກະຊວງສາທາລະນະສຸກ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ຈັດກອງປະຊຸມທາງໄກ ກ່ຽວກັບສະພາບການໂຄວິດ - 19 ໃນປັດຈຸບັນ. ໃນຖະແຫຼງການຮ່ວມມືພາຍຫຼັງກອງປະຊຸມ, ລັດຖະມົນຕີສາທາລະນະສຸກບັນດາປະເທດ G7 ໄດ້ເນັ້ນໜັກວ່າ ໂລກພວມຕ້ອງປະເຊີນໜ້າກັບຄວາມສ່ຽງຈາກເຊື້ອໄວຣັດກາຍພັນ Omicron ແລະ ຕາມການຕີລາຄາເບື້ອງຕົ້ນ, ເຊື້ອໄວຣັດກາຍພັນນີ້ ມີຄວາມສ່ຽງຕິດເຊື້ອສູງ, ເພາະສະນັ້ນ ຕ້ອງມີການກະທຳໂດຍດ່ວນ. ຖະແຫຼງການເນັ້ນໜັກວ່າ G7 ສະໜັບສະໜູນຢ່າງແຮງແຜນການສ້າງເຄືອຂ່າຍຕິດຕາມ ເຊື້ອໄວຣັດ ສາກົນ ໃນຂອບເຂດຂອງອົງການອະນາໄມໂລກ (WHO).

ລັດຖະມົນຕີບັນດາປະເທດ G7 ກໍ່ຍອມຮັບບັນຫາທີ່ມີລັກສະນະຍຸດທະສາດ ໂດຍກ່ຽວຂ້ອງເຖິງສິດໄດ້ນຳໃຊ້ວັກຊິນກັນໂຄວິດ - 19 ທຸກຊະນິດ ແລະ ຈະຊຸກຍູ້ບັນດາຄຳໝັ້ນສັນຍາອຸປະຖຳຂອງບັນດາສະມາຊິກໃນກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ