G7 ຖະແຫຼງຈະສະໜັບສະໜູນບັນດາເປົ້າໝາຍກ່ຽວກັບສິ່ງແວດລ້ອມ.

(VOVWORLD) - ວັນທີ 13 ມິຖຸນາ ຢູ່ ອັງກິດໄດ້ ອັດກອງປະຊຸມສຸດຍອດບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ G7
 G7 ຖະແຫຼງຈະສະໜັບສະໜູນບັນດາເປົ້າໝາຍກ່ຽວກັບສິ່ງແວດລ້ອມ.  - ảnh 1ກອງປະຊຸມສຸດຍອດ G7 ດຳເນີນຢູ່ ອັງກິດເມື່ອວັນທີ 13 ມິຖຸນາ

   ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກຫຼື G7 ໄດ້ຖະແຫຼງຈະສະໜັບສະໜູນບັນດາເປົ້າໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມແລະຫຼຸດຜ່ອນປະລິມານອາຍພິດກໍ່ຜົນກະທົບເຮືອນແກ້ວທີ່ວາລະອັດກອງປະຊຸມສຸດຍອດ G7 ດຳເນີນຢູ່ ອັງກິດເມື່ອວັນທີ 13 ມິຖຸນາ.

    ຖະແຫຼງການດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເປັນເອກະພາບກັນຂອງບັນດາການນຳກຸ່ມ G7 ທີ່ກອງປະຊຸມສຸດຍອດຖືກຈັດຂຶ້ນເປັນຄັ້ງທຳອິດພາຍຫຼັງເກືອບສອງປີ. ໃນສົນທິສັນຍາກ່ຽວກັບທຳມະຊາດເຊິ່ງປະກາດໃນວັນທີ 13 ມິຖຸນາພ້ອມກັບຖະແຫຼງການຮ່ວມຂອງ G7, ບັນດາການນຳໄດໝັ້ນໝາຍຫຼຸດຜ່ອນເຄິ່ງປະລິມານອາຍພິດກາກບອນໃນປີ 2030 ເມື່ອທຽບໃສ່ປີ 2010 ແລະ ສະກັດກັ້ນສະພາບສູນເສຍຊີວະນາໆພັນ.

ຕອບກັບ

ຂ່າວ/ບົດ​ອື່ນ