G7 ປະ​ກາດ​ໂຄງ​ການ​ລົງ​ທ​ຶນ​ພື້ນ​ຖານ​ໂຄງ​ລ່າງ​​ທີ່​ໃຫຍ່​ໂຕ

(VOVWORLD) -ໃນຂອບເຂດກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ພວມຈັດຂຶ້ນຢູ່ ເຢຍລະມັນ, ບັນດາການນຳ G7 ວັນທີ 26 ມິຖຸນາ ໄດ້ປະກາດໂຄງການລົງທຶນພື້ນຖານໂຄງລ່າງທີ່ໃຫຍ່ໂຕໃນໂລກ.
G7 ປະ​ກາດ​ໂຄງ​ການ​ລົງ​ທ​ຶນ​ພື້ນ​ຖານ​ໂຄງ​ລ່າງ​​ທີ່​ໃຫຍ່​ໂຕ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ສຸດຍອດ ຈັດຂຶ້ນຢູ່ ເຢຍລະມັນ ໃນວັນທີ 26 ມິຖຸນາ (ພາບ: Reuters)

ໃນການຖະແຫຼງຂ່າວຮ່ວມ ພາຍຫຼັງສິ້ນສຸດວາລະປຶກສາຫາລືຂອງກອງປະຊຸມສຸດຍອດ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມດ້ວຍການນຳ G7 ຈຳນວນໜຶ່ງໄດ້ປະກາດຂໍ້ລິເລີ່ມ “ການພົວພັນຄູ່ຮ່ວມມືກ່ຽວກັບພື້ນຖານໂຄງລ່າງ ແລະ ການລົງທຶນທົ່ວໂລກ”. ເນື້ອໃນຈຸດສຸມຂອງໂຄງການນີ້, ນອກຈາກບ້ວງເງິນລົງທຶນໃຫ້ແກ່ຂົງເຂດປົກປັກຮັກສາດິນຟ້າອາກາດ ແມ່ນໂຄງການລົງທຶນໃຫ້ແກ່ລະບົບຄົມມະນາຄົມ, ສາທາລະນະສຸກ ແລະ ພື້ນຖານໂຄງລ່າງເຕັກນິກດີຈີຕອນ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ ໄລ່ຮອດປີ 2027, ຈະມີເງິນປະມານ 600 ຕື້ USD ໄດ້ຮັບການລົງທຶນ. ສະເພາະ ອາເມລິກາ ປາຖະໜາວ່າ ຈະສະໜອງທຶນປະມານ 200 ຕື້ USD ເຂົ້າໃນການລົງທຶນສາທາລະນະ ແລະ ການລົງທຶນພາກເອກະຊົນໃຫ້ແກ່ໂຄງການນີ້ໃນເວລາ 5 ປີຈະມາເຖິງ. ໃນຂະນະນັ້ນ, ທ່ານປະທານຄະນະກຳມະການເອີຣົບ Ursula von der Leyen ໃຫ້ຮູ້ວ່າ ສະຫະພາບເອີຣົບ (ອີຢູ) ຢາກລົງທຶນປະມານ 300 ຕື້ USD.

        ສື່ມວນຊົນຂອງ ເຢຍລະມັນ ໄດ້ໃຫ້ຂ່າວວ່າ 2 ປະເທດສະມາຊິກ G7 ນັ້ນແມ່ນ ອັງກິດ ແລະ ຝລັ່ງ ຈະບໍ່ເຂົ້າຮ່ວມໂຄງການລົງທຶນທີ່ໃຫຍ່ໂຕໂດຍ ອາເມລິກາ ລິເລີ່ມ.


ຕອບກັບ

ຂ່າວ/ບົດ​ອື່ນ