GDP 6 ເດືອນຕົ້ນປີເຕີບໂຕຢ່າງຕັ້ງໜ້າ

(VOVWORLD) - ວັນທີ 04 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດກັບ 63 ແຂວງ, ນະຄອນ. ກອງປະຊຸມເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ ພາຍຫລັງ 6 ເດືອນຂອງປີ “ບຸກທະລຸ” 2019 ແລະ ປຶກສາຫາລືບັນດາມາດຕະການໃນໄລຍະຈະມາເຖິງ.
GDP 6 ເດືອນຕົ້ນປີເຕີບໂຕຢ່າງຕັ້ງໜ້າ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ

ບົດລາຍງານຢູ່ກອງປະຊຸມໃຫ້ຮູ້ວ່າ: ການເຕີບໂຕຂອງ GDP ໃນ 6 ເດືອນຕົ້ນປີຄາດວ່າບັນລຸໄດ້ 6,76%, ເຖິງວ່າຕ່ຳກ່ວາລະດັບການເຕີບໂຕຂອງ 6 ເດືອນຕົ້ນປີ 2018 ກໍ່ຕາມແຕ່ກໍ່ສູງກ່ວາລະດັບການເຕີບໂຕຂອງ 6 ເດືອນຕົ້ນປີຂອງປີ 2011 – 2017, ໃນສະພາບການ 70% ບັນດາພື້ນຖານເສດຖະກິດໃນໂລກ, ໃນນັ້ນ ບັນດາພື້ນຖານເສດຖະກິດພັດທະນາເກືອບທັງໝົດລ້ວນແຕ່ຕົກເຂົ້າສູ່ສະພາບການເຕີບໂຕຊ້າ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ:

        ຍ້ອນມີຄວາມເປັນເຈົ້າການຢ່າງຂ້ຽວຂາດຂອງທັງລະບົບ, ພວກເຮົາຈຶ່ງບັນລຸໄດ້ໝາກຜົນທີ່ດີ. ນັ້ນແມ່ນເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕ GDP ຕັ້ງໜ້າ, ການເກັບລາຍຮັບເຂົ້າງົບປະມານ, ການລົງທຶນການຄ້າ, ການສົ່ງອອກ ລ້ວນແຕ່ບັນລຸການເຕີບໂຕດີພໍສົມຄວນ. ເລື່ອງ ຫວຽດນາມ ບັນລຸ 6,76% GDP ແມ່ນດີທີ່ສຸດ. ຂ້າພະເຈົ້າຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດາຂະແໜງການ, ທ້ອງຖິ່ນຕ່າງໆ…

ກ່າວຄຳເຫັນປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ການເຕີບໂຕ GDP ໄຕມາດ 2 ແລະ 6 ເດືອນຕົ້ນປີແມ່ນໝາກຜົນທີ່ເປັນໜ້າປະເອີບໃຈເພື່ອປະຕິບັດໜ້າທີ່ຂອງທັງປີ. ທ່ານກ່າວວ່າ:

        “ເດັດຂາດບໍ່ໍທໍ້ຖອຍຕໍ່ຄວາມຫຍຸ້ງຍາກ; ເປັນເຈົ້າການຮັບມືກັບສະພາບການຢ່າງມີໄຫວພິບ; ເດັດຂາດບໍ່ດັດປັບ ບໍ່ວ່າຕົວເລກຄາດໝາຍໃດຂອງປີ 2019. ສຳລັບຄວາມສ່ຽງຈາກພາຍນອກ, ຄວນຕິດຕາມບັນດາການກະທົບຂອງສົງຄາມການຄ້າ, ເຕັກໂນໂລຊີຢ່າງຄົບຖ້ວນ ເພື່ອຍົກອອກບັນດາມາດຕະການໃຫ້ທັນການກ່ວາ ກວດກາຕີລາຄາປະກົດການຕິດເຄື່ອງໝາຍການຄ້າຂອງປະເທດອື່ນໃສ່ສິນຄ້າ ຫວຽດນາມ. ທີ 2 ແມ່ນຕິດຕາມ, ຕີລາຄາ, ຄາດຄະເນການກະທົບຂອງຕະຫລາດການເງິນເງິນຕາສາກົນ ເພື່ອມີມາດຕະການຮັບມື, ສ້າງບາດກ້າວພື້ນຖານ ເພື່ອຕ້ານການຊ໊ອກຈາກພາຍນອກ”

ຕອບກັບ

ຂ່າວ/ບົດ​ອື່ນ