GDP 9 ເດືອນຂອງປີ 2020 ເຕີບໂຕຕ່ຳສຸດໃນຮອບເວລາ 10 ປີຜ່ານມາແຕ່ຍັງຄົງແມ່ນຈຸດເດັ່ນຢູ່ພາກພື້ນ

(VOVWORLD) -ຕອນເຊົ້າວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນຫວຽດນາມ) ໄດ້ຈັດການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ, ສັງຄົມໄຕມາດທີ 3 ແລະ 9 ເດືອນຂອງປີ 2020.

GDP 9 ເດືອນຂອງປີ 2020 ເຕີບໂຕຕ່ຳສຸດໃນຮອບເວລາ 10 ປີຜ່ານມາແຕ່ຍັງຄົງແມ່ນຈຸດເດັ່ນຢູ່ພາກພື້ນ - ảnh 1  GDP ໃນໄຕມາດທີ 3 ປີ 2020 ໄດ້ເພີ່ມຂຶ້ນ 2,62%

(ພາບປະກອບ: kinhtedothi.vn)

ຕາມກົມໃຫຍ່ສະຖິຕິແລ້ວ, GDP ໃນໄຕມາດທີ 3 ປີ 2020 ໄດ້ເພີ່ມຂຶ້ນ 2,62% ແມ່ນລະດັບເຕີບໂຕດີເມື່ອທຽບໃສ່ກັບໄຕມາດທີ 2 (ພຽງຢູ່ໃນລະດັບ 0,39%). ໄລ່ລວມໃນ 9 ເດືອນແລ້ວ, GDP ໄດ້ເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຕ່ຳສຸດໃນຮອບເວລາ 10 ປີຜ່ານມາ, ແຕ່ເສດຖະກິດຍັງແມ່ນຈຸດເດັ່ນຢູ່ພາກພື້ນ. ໃນນັ້ນ, ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ອຸດສາຫະກຳ ແລະ ການກໍ່ສ້າງຄ່ອຍໆກັບຄືນສູ່ປົກກະຕິ. ເພື່ອໃຫ້ເສດຖະກິດ-ສັງຄົມບັນລຸລະດັບເຕີບໂຕໃຫ້ດີກວ່າໃນໄລຍະຈະມາເຖິງ. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ, ໃຫ້ຮູ້ວ່າ.

        “ສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ພ້ອມທັງສຸມໃສ່ບັນດາມາດຕະການແກ້ໄຂ. ມີບັນດາບ້ວງເງິນໜູນຊ່ວຍ ໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນຢ່າງທັນການ. ຂົນຂວາຍປະຊາຊົນສະໜັບສະນູນວິສາຫະກິດຜະລິດ ແລະ ຈຳໜ່າຍສິນຄ້າຫວຽດນາມ. ສືບຕໍ່ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ປັບປຸງທິດທາງສ້າງໂຄງປະກອບການຜະລິດ, ບໍລິຫານນະໂຍບາຍເງິນຕາໃຫ້ມີຄວາມເໝາະສົມກົມກຽວກັບບັນດານະໂຍບາຍການເງິນອື່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ