GDP ຫວຽດນາມ ອາດຈະເຕີບໂຕ 7,6% ໃນໄຕມາດທີ III

(VOVWORLD) - ຕາມທະນາຄານ UOB ແລ້ວ, ຂໍ້ມູນຫວ່າງແລ້ວນີ້ໄດ້ສະແດງໃຫ້ເຫັນທ່າເຕີບໂຕຂອງ ຫວຽດນາມ ຍັງເປັນປົກກະຕິໃນໄຕມາດທີ II.
GDP ຫວຽດນາມ ອາດຈະເຕີບໂຕ 7,6% ໃນໄຕມາດທີ III - ảnh 1
ພາບປະກອບ: ກ່ຳປັ່ນເຂົ້າທຽບທ່າ (ພາບ:Trọng Đức/TTXVN)

ໂດຍອີງໃສ່ຂໍ້ມູນຫຼ້າສຸດ, ທະນາຄານ UOB (ສິງກະໂປ) ຄາດຄະເນການເຕີບໂຕ GDP ໃນໄຕມາດທີ II ປີນີ້ຂອງ ຫວຽດນາມ ຈະບັນລຸ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ຫລັງຈາກນັ້ນຈະເພີ່ມຂຶ້ນ 7,6% ໃນໄຕມາດທີ III.

        ຕາມທະນາຄານ UOB ແລ້ວ, ຂໍ້ມູນຫວ່າງແລ້ວນີ້ໄດ້ສະແດງໃຫ້ເຫັນທ່າເຕີບໂຕຂອງ ຫວຽດນາມ ຍັງເປັນປົກກະຕິໃນໄຕມາດທີ II. ຂົງເຂດການຜະລິດສືບຕໍ່ເພີ່ມຂຶ້ນສູງ, 5 ເດືອນຕົ້ນປີບັນລຸລະດັບເຕີບໂຕ 9,24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈາກລະດັບ 8,28% ໃນ 4 ເດືອນຕົ້ນປີ. ໝາກຜົນນີ້ກໍ່ໄດ້ສ່ອງແສງໃຫ້ເຫັນໃນດັດຊະນີການຄຸ້ມຄອງເກັບຊື້ (PMI) ນີ້ເປັນເດືອນທີ 8 ສືບຕໍ່ເພີ່ມຂຶ້ນຢ່າງລຽນຕິດ. UOB ກໍ່ໃຫ້ຮູ້ວ່າ: ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ໄດ້ກັບຄືນມາສ່ວນໃດສ່ວນໜຶ່ງໃນເດືອນພຶດສະພາ ໂດຍບໍ່ຫົວຊາຕໍ່ການຂາດສະຖຽນລະພາບດ້ານການເມືອງໃນໂລກ ແລະ ລາຄາສິນຄ້າເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ