Google ເຊີດຊູຂັບ ກາຈູ່ ຫວຽດນາມ

(VOVWORLD) -ເວັບໄຊ “Google.com” ໄດ້ສະໜອງຂໍ້ມູນທີ່ວ່າ: Google Doodle ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ

ວັນທີ 23 ກຸມພາ, Google ເອົາພາບແຕ້ມ ກາຈູ່ ຂອງຫວຽດນາມ ເປັນສັນຍາລັກຊົ່ວຄາວໃນໜ້າເວັບ (Google Doodle) ຂອງເວັບໄຊ “Google.com”, ເພື່ອເຊີດຊູຮູບແບບສິລະປະທີ່ເປັນມູນເຊື້ອເນື່ອງໃນໂອກາດວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ (23 ກຸມພາ).

          ໃນຄຳນຳສະໜີ, ເວັບໄຊ “Google.com” ໄດ້ສະໜອງຂໍ້ມູນທີ່ວ່າ: Google Doodle ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ, ເພື່ອເຊີດຊູຮູບແບບດົນຕີທີ່ເປັນມູນເຊື້ອທີ່ມີໄລຍະໄດ້ຮັບການເຄົາລົບນັບຖືທີ່ສຸດຂອງຫວຽດນາມ. ສຽງດົນຕີທີ່ເປັນເອກະລັກສະເພາະຂອງຂັບ ກາຈູ່ ມີຕົ້ນກຳເນີດນັບແຕ່ສະຕະວັດທີ 11, ດ້ວຍຈຸດເລີ່ມຕົ້ນແມ່ນປະເພດສິລະປະບັນເທິງສຳລັບຊົນຊັ້ນຂູນນາງໃນພະລາຊະວັງ, ຂັບ ກາຈູ່ ຄ່ອຍໆເຊື່ອມຕົວເຂົ້າໃນຊີວິດປະຊາຊົນໃນຕະຫຼອດໄລຍະປະຫວັດສາດ, ກ່ອນທີ່ຈະຖືກສູນຫາຍໄປ.

          ຜ່ານການເຊີດຊູນີ້, Google ປາດຖະໜາຢາກຍົກສູງສະຕິຄວາມຮັບຮູ້ ແລະ ຄວາມສົນໃຈຂອງມະຫາຊົນຕໍ່ກັບບັນດາຮູບແບບສິລະປະທີ່ເປັນມູນເຊື້ອທີ່ພວມມີໄພຖືກສູນຫາຍໄປ, ເປັນການບອກເຕືອນລຸ້ນໜຸ່ມຍາມໃດກໍ່ໃຫ້ຄິດຮອດຄິດເຖິງກົກເຄົາເຫງົ້າກໍ.

ຕອບກັບ

ຂ່າວ/ບົດ​ອື່ນ