IAEA ປະກາດກ່ຽວກັບສະພາບການເສີມທາດ ຢູຣານຽມ ຂອງ ອີຣານ

(VOVWORLD) - ປັດຈຸບັນ, ອີຣານ ສະສົມຢູຣານຽມໄດ້ 241,6 kg ແລະ ເພີ່ມລະດັບເສີມທາດຢູຣານຽມຂຶ້ນເຖິງ 4,5%. 

        ວັນທີ 30 ສິງຫາ, ອົງການພະລັງງານປະລະມານູສາກົນ (IAEA) ປະກາດວ່າ, ອີຣານ ໄດ້ເພີ່ມປະລິມານສະສົມທາດຢູຣານຽມ, ໃນຂະນະທີ່ຍັງຄົງສືບຕໍ່ເສີມທາດດັ່ງກ່າວໃຫ້ລື່ນກາຍລະດັບອະນຸຍາດໃນຂໍ້ຕົກລົງນິວເຄຼຍ ເຊິ່ງປະເທດນີ້ໄດ້ລົງນາມກັບບັນດາປະເທດມະຫາອໍານາດໃນໂລກ.

        ຕາມສໍານັກຂ່າວສານ Reuters ຂອງ ອັງກິດ ແລ້ວ, ໃນບົດລາຍງານປະຈໍາໄຕມາດທີ່ໄດ້ສົ່ງໃຫ້ບັນດາປະເທດສະມາຊິກນັ້ນ, ອົງການ IAEA ໃຫ້ຮູ້ວ່າ ປັດຈຸບັນ, ອີຣານ ສະສົມຢູຣານຽມໄດ້ 241,6 kg ແລະ ເພີ່ມລະດັບເສີມທາດຢູຣານຽມຂຶ້ນເຖິງ 4,5%. ເຖິງຢ່າງໃດກໍຕາມ, ກໍ່ຍັງຕໍ່າກວ່າຫຼາຍ ເມື່ອທຽບໃສ່ລະດັບ 20% ເຊິ່ງ ອີຣານບັນລຸໄດ້ໃນຈຸດເວລາກ່ອນການລົງນາມໃນຂໍ້ຕົກລົງນິວເຄຼຍ ແລະ ປະມານ 90% ຂອງປະລິມານຢູຣານຽມນັ້ນ ໄດ້ຮັບຖືວ່າ ແມ່ນວັດຖຸດິບເພື່ອຜະລິດອາວຸດ.


ຕອບກັບ

ຂ່າວ/ບົດ​ອື່ນ