IAEA ແຕ່ງຕັ້ງເຈົ້າໜ້າທີ່ການທູດໂຊມາເນຍດຳລົງຕຳແໜ່ງວ່າການຜູ້ອຳນວຍການໃຫຍ່

(VOVWORLD) -ວັນທີ 25 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ບົ່ງຕົວນັກການທູດໂຊມາເນຍ Cornel Feruta ດຳລົງຕຳແໜ່ງວ່າການຜູ້ອຳນວຍການໃຫຍ່ IAEA ແທນໃຫ້ທ່ານ Yukiya Amano ທີ່ຫາກໍ່ເສຍຊີວິດເມື່ອອາທິດກ່ອນ.

IAEA ແຕ່ງຕັ້ງເຈົ້າໜ້າທີ່ການທູດໂຊມາເນຍດຳລົງຕຳແໜ່ງວ່າການຜູ້ອຳນວຍການໃຫຍ່ - ảnh 1 ນັກການທູດໂຊມາເນຍ Cornel Feruta

(ພາບ: Wikimedia/ TTXVN)

ໃນຖະແຫຼງການເຊິ່ງໄດ້ຍົກອອກພາຍຫຼັງກອງປະຊຸມຂອງຄະນະຜູ້ອຳນວຍການ, IAEA ໃຫ້ຮູ້ວ່າ, ຂໍ້ຕົກລົງແຕ່ງຕັ້ງທ່ານ Cornel Feruta ດຳລົງຕຳແໜ່ງວ່າການຜູ້ອຳນວຍການໃຫຍ່ IAEA ແມ່ນເພື່ອແນໃສ່ຮັບປະກັນໃຫ້ແກ່ການເຄື່ອນໄຫວຕາມປົກກະຕິຂອງອົງການນີ້.

        ທ່ານ Cornel Feruta ອາຍຸ 43 ປີ ກໍ່ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຜູ້ອອກສະໝັກທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ຕຳແໜ່ງຜູ້ອຳນວຍການໃຫຍ່ IAEA, ພ້ອມກັນກັບທ່ານ Rafael Grossi, ເອກອັກຄະລັດຖະທູດອາກຊັງຕິນ ຢູ່ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ