IAEAປະກາດບົດລາຍງານຢັ້ງຢືນວ່າອີຣານເຄົາລົບບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ

IAEAປະກາດບົດລາຍງານຢັ້ງຢືນວ່າອີຣານເຄົາລົບບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ - ảnh 1
​ຜູ້​ອຳ​ນວຍ​ການ​ໃຫຍ່ IAEA Yukiya Amano
(ພາບ: THX/TTXVN)

(vovworld) –​ ​​ວັນ​ທີ 16/01, ໃນ​ຖ​ະ​ແຫຼງ​ການ​ເປັນ​ທາງ​ການ, ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ອົງການ​ພະລັງງານປະ​ລາ​ມະນູ​ສາກົນ (IAEA) Yukiya Amano ຢັ້ງ​ຢືນ​ວ່າ, ອີ​ຣານ ໄດ້​ເຄົາ​ລົບ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ປະ​ເທດນີ້ ຕ​າມ​ຂໍ້​ຕ​ົກ​ລົງ​ນິວ​ເຄຼຍ ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ເຕ​ເຣ​ຣານ ກັບ 6 ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລ​ກ ຂຶ້ນ​ກັບ​ກຸ່​ມ P5+1 ເມື່ອ​ເດືອນ​ 07/2015 ຢູ່​ນະ​ຄອນ​ຫຼວງ ວຽນ, ປະ​ເທດ​ອົດ​ຕາ​ລິດ, ເປີດ​ຊ່ອງ​ທາງ​ໃຫ້​ການ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ສາ​ກົນ​ສຳ​ລັບ​ອີ​ຣານ.

      ແລະ​ກໍ​ໃນ​ວັນດຽວ​ກັນ, ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ເຫັນ​ດີ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ຕ້ານ​ອີ​ຣານ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ກ​ໍ​ແຈ້ງວ່າ, ວໍ​ຊິງ​ຕັນ ໄດ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັ​ນ​ຍາ​ຂອງ​ຕົນ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ອີ​ຣານ. ສະ​ຫະ​ປະ​ຊາ​ຊາດ, ອັງ​ກິດ ແລະ ຝ​ລັ່ງ ໄດ້​ຊົມ​ເຊີິຍ ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ອີ​ຣານ ແລະ ສະ​ແດງ​ຄວາມ​ປາດ​ຖ​ະ​ໜາ​ວ່າ, ຜົນ​ສຳ​ເລັດ​ດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສະ​ຖຽນ​ລະ​ພາບ​ໃນ​ພາ​ກ​ພື້​ນ.

ຂ່າວ/ບົດ​ອື່ນ