IMF: ຫວຽດ​ນາມ ລື່ມ​ກາຍ ສິງ​ກະ​ໂປ, ມາ​ເລ​ເຊຍ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 4 ພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດໂລກປີ 2020 ສະບັບອັບເດດຫຼ້າສຸດ.
IMF: ຫວຽດ​ນາມ ລື່ມ​ກາຍ ສິງ​ກະ​ໂປ, ມາ​ເລ​ເຊຍ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 4 ພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ພາບປະກອບ 

ຕາມບົດລາຍງານ, ຫວຽດນາມ ສືບຕໍ່ແມ່ນປະເທດໜຶ່ງດຽວໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການ ຄາດຕະເນ ຈະເຕີບໂຕທາງບວກໃນປີນີ້, ຢູ່ໃນລະດັບ 1,6% ແລະ ຮອດປີ 2021, ຕົວເລກນີ້ຈະບັນລຸໄດ້ 6,7%.

        IMF ກໍ່ຄາດວ່າ ໃນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະຢືນຢູ່ອັນດັບທີ 4 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ລື່ນກາຍ ສິງກະໂປ ແລະ ມາເລເຊຍ. ລາຍລະອຽດແມ່ນ, GDP ຂອງ ຫວຽດນາມບັນລຸ 340,6 ຕື້ USD, ສ່ວນສິງກະໂປ ແລະ ມາເລເຊຍ ແມ່ນ 337,5 ຕື້ USD ແລະ 336,3 ຕື້ USD ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ