IS ຍອມຮັບເປັນຜວາງແຜນບຸກໂຈມຕີເຫດວາງລະເບີດຢູ່ ອາບການິດສະຖານ

(VOVWORLD) -ວັນທີ 28 ທັນວາ, ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ຍອມຮັບວ່າ ເປັນຜູ້ວາງແຜນໃນເຫດວາງລະເບີດສະຫຼະຊີບ ທີ່ເລັ່ງໃສ່ສູນວັດທະນະທຳແຫ່ງໜຶ່ງຢູ່ນະຄອນຫລວງ Kabul ກ່ອນໜ້ານັ້ນໃນວັນດຽວກັນ.
 IS ຍອມຮັບເປັນຜວາງແຜນບຸກໂຈມຕີເຫດວາງລະເບີດຢູ່ ອາບການິດສະຖານ - ảnh 1ກຳລັງປ້ອງກັນ ອາບການິດສະຖານ (ພາບ: Reuters)

ກັນ. ພາກສ່ວນໂຄສະນາຂອງ IS Amaq ໃຫ້ຮູ້ວ່າ: ອົງການນີ້ ໄດ້ບຸກໂຈມຕີສະຫຼະຊີບເລັ່ງໃສ່ສູນວັດທະນະທຳດັ່ງກ່າວ. ເຫດວາງລະເບີດໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 40 ຄົນເສຍຊີວິດ ແລະ 30 ຄົນຮັບບາດເຈັບ.

        ຕາມໂຄສົກກະຊວງພາຍໃນ ອາບການິດສະຖານ ແລ້ວ, ສູນວັດທະນະທຳ Tabayan ຕັ້ງຢູ່ໃກ້ກັບໂບດມຸດສະລິມ ແລະ ວິທະຍຸກະຈາຍສຽງ ອາບການິດສະຖານ. ເຫດວາງລະເບີດສະຫຼຊີບທຳອິດໄດ້ເຮັດໃຫ້ອາຄານສູນ Tabayan ລະເບີດຂຶ້ນ, ໃນຂະນະທີ່ເຫດວາງລະເບີດທີ 2 ເກີດຂຶ້ນຢູ່ນອກອາຄານດັ່ງກ່າວ ເມື່ອມີຄົນເຂົ້າມາກູ້ຊ່ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ