Israel ຄາດ​ວ່າ ຈະ​ໂຮມ 2-3 ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) - Israel ຫາກໍ່ສົງສານໄປຍັງປະທານາທິບໍດີ Palestine (PA) Mahmoud Abbas ວ່າ Israel ບໍ່ມີແຜນການ ໂຮມຮ່ອມພູຈໍແດນ, ແທນໃຫ້ນັ້ນແມ່ນຈະໂຮມ 2 ຫລື 3 ເຂດຕັ້ງຖິ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເທົ່ານັ້ນ.
Israel ຄາດ​ວ່າ ຈະ​ໂຮມ 2-3 ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1

(ພາບ: AFP)

  ແຕ່ເຖິງແນວນັ້ນກໍ່ຕາມ, ລາຍລະອຽດກ່ຽວກັບເຂດຕັ້ງຖິ່ນຖານຄົງທີ່ທີ່ຖືກໂຮມແມ່ນບໍ່ໄດ້ເປີດເຜີຍ. ປະຈຸບັນ, 3 ເຂດຕັ້ງຖິ່ນຖານຄົງທີ່ຕົ້ນຕໍຄື Ma’ale Adumim ຢູ່ທາງທິດຕາເວັນອອກ Jerusalem, Etzion ຢູ່ທິດໃຕ້ Jerusalem ແລະ Ariel ຢູ່ເຄິ່ງກາງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ Nablus ແມ່ນບັນດາເຂດຕັ້ງຖິ່ນຖານຄົງທີ່ ຊື່ງແຕ່ດົນນານມາແລ້ວ Israel ຍັງຢາກຮັກສາການຄວບຄຸມພາຍໃຕ້ບໍ່ວ່າຂໍ້ຕົກລົງໃດກັບ Palestine.

   ກ່ອນໜ້ານັ້ນ, ເມື່ອຕົ້ນອາທິດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Israel Gabi Ashkenazi ໃຫ້ຮູ້ວ່າ ປະເທດນີ້ອາດຈະບໍ່ໂຮມຮ່ອມພູຈໍແດນ ຕາມຂໍ້ສະເໜີໃນແຜນການສັນຕິພາບຕາເວັນອອກກາງຂອງປະທານາທິບໍດີອາເມລິກາ Donald Trump. ປະຈຸບັນ, ສະພາບການເມືອງ Israel ພວມມີຄວາມບໍ່ລົງລອຍກັນໃນການຕີລາຄາກ່ຽວກັບຜົນຂອງແຜນການໂຮມ, ຕາມວົງການການນຳກອງທັບ ແລະ Mossad ບໍ່ທັນເອກະພາບກ່ຽວກັບເລື່ອງການໂຮມ ຈະຕ້ອງປະເຊີນໜ້າກັບກະແສຟອງໃຊ້ຄວາມຮຸນແຮງຈາກຊາວ Palestine ຫຼືບໍ່.


ຕອບກັບ

ຂ່າວ/ບົດ​ອື່ນ