ISປະກາດເທບວີດີໂອເຂັ່ນຂ້າຊາວEthiopiaຢູ່ລີບີ

ISປະກາດເທບວີດີໂອເຂັ່ນຂ້າຊາວEthiopiaຢູ່ລີບີ - ảnh 1
IS ແລະ ບັນ​ດາ​ຕົວ​ປະ​ກັນ​ຊາວ Ethiopia ຖື​ສາ​ສະ​ໜາ ​ຄຼິດ
(ພາບ: abc.net.au)

(vovworld) – ວັນ​ທີ 19/4, ກຸ່ມ “ລັດ ອິດ​ສະ​ລາມ” (IS) ຂະ​ໜານ​ນາມ​ເອງໄດ້​ປະ​ກ​າດ ​ເທບວີ​ດີ​ໂອ​ຕອນ​ໜຶ່ງ​ທີ່​ໄດ້​​ແຜ່​ພາບບັນ​ດາ​ທະ​ຫານ​ກະ​ບົດ​ຂອງ​ກຳ​ລັງ​ຫົວ​ຮຸນ​ແຮງນີ້​ໄດ້​ເຂັ່ນ​ຂ້າ​ຊາວ Ethiopia ຖື​ສາ​ສະ​ໜາ ​ຄຼິດ ຖືກ​ຈັບ​ຕົວ​ຢູ່ ລີ​ບີ 30 ຄົນ​. ປະ​ຈຸ​ບັນ​, ບໍ່​ທັນ​ຮູ້​ລັກ​ສະ​ນະ​ເປັນ​ຈິງ​ຂອງ​ເທບວີ​ດີ​ໂອ​ຕອນນີ້ ແລະ ​ຍັງບໍ່​ທັນ​ຮັບ​ຮູ້​ບັນ​ດາ​ຜູ້​ຖືກ​ຈັບ​ຕົວ​ແມ່ນ​ໃຜ, ກໍ່​ຄືຈຳ​ນວນ​ຜູ້​ຖືກ​ເຂັ່ນ​ຂ້າ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ກະ​ທຳ​ເຂັ່ນ​ຂ້າ​ໃນເທບ ວີ​ດີ​ໂອ ຕອນນີ້​ມີຫຼາຍ​ຈຸດ​ຄື​ກັນ​ກັບ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ເຊິ່ງ IS ​ໄດ້​ປະ​ຕິ​ບັດກ່ອນນີ້.


ຂ່າວ/ບົດ​ອື່ນ