JETRO: ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດແຕ່ການສົ່ງອອກຂອງ 6 ປະເທດ ອາຊຽນ ປີ 2020 ຫລຸດລົງພຽງ 2,2 % ເທົ່ານັ້ນ

(VOVWORLD) - ວົງເງິນການຄ້າສົ່ງອອກຂອງ 6 ປະເທດຂຶ້ນກັບ ອາຊຽນ, ໃນນັ້ນ ມີ ຫວຽດນາມ ບັນລຸ 1,35 ພັນຕື້ USD ໃນປີ 2020, ຫລຸດພຽງ 2,2% ເທົ່ານັ້ນ ເມື່ອທຽບໃສ່ປີ 2019. 

ອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ປະກາດຕົວເລກດັ່ງກ່າວ ແລະ ຕີລາຄາລະດັບຫລຸດລົງນີ້ ແມ່ນໜ້ອຍພໍສົມຄວນ ໃນສະພາບໂລກລະບາດໂຄວິດ-19 ແຜ່ລະບາດສົ່ງຜົນກະທົບຕໍ່ພາກພື້ນ ແລະ ໃນໂລກ.

          ຍອດ ການຄ້າເກີນດຸ່ນ ຂອງ 6 ປະເທດ ອາຊຽນ ເພີ່ມຂຶ້ນທົບ 3 ເທົ່າໃນປີ 2020, ຂຶ້ນເຖິງ 133,66 ຕື້ USD, ຍ້ອນລາຄາພະລັງງານ ແລະ ຄວາມຕ້ອງການຢູ່ພາຍໃນປະເທດຫລຸດລົງ ເຮັດໃຫ້ການນຳເຂົ້າກໍ່ຫລຸດລົງແຮງກ່ວາການສົ່ງອອກ. ໄທ ມີລະດັບ ການຄ້າເກີນດຸ່ນ ໃຫຍ່ສຸດ (144,5%), ຖັດມາແມ່ນ ຫວຽດນາມ (83%), ສິງກະໂປ (43,9%) ແລະ ມາເລເຊຍ (25,6%). ຟີລິບປີນ ຮັດແຄບການຂາດດຸ່ນການຄ້າໄດ້ 46,3% ໃນຂະນະນັ້ນ ອິນໂດເນເຊຍ ລະດັບເກີນດຸ່ນການຄ້າແມ່ນ 21,74 ຕື້ USD ເມື່ອທຽບໃສ່ລະດັບຂາດດຸ່ນ 3,6 ຕື້ USD ໃນປີ 2019.

ໄລ່ຕາມຍອດວົງເງິນການຄ້າສົ່ງອອກ, ສິງກະໂປ ກວມເອົາ 27,4% ໃນຈຳນວນ 6 ປະເທດ, ຖັດມາແມ່ນ ຫວຽດນາມ 21,3%, ໄທ ແມ່ນ 17,1%, ມາເລເຊຍ ແມ່ນ 16,5%, ອິນໂດເນເຊຍ ແມ່ນ 11,9% ແລະ ຟີລິບປີນ ແມ່ນ 5,8%.

ຕອບກັບ

ຂ່າວ/ບົດ​ອື່ນ