NATO ຖືກບຸກໂຈມຕີທາງເຄືອຂ່າຍອິນເຕີເນັດດ້ວຍຂອບຂະໜາດໃຫຍ່

(VOVWORLD) - ຕາມບັນດານັກຊ່ຽວຊານແລ້ວ, ເວບໄຊສືບຕໍ່ຖືກບຸກໂຈມຕີໂດຍປະຕິເສດການເຂົ້າໃຊ້ເຮັດໃຫ້ຜູ້ຊົມໃຊ້ບໍ່ສາມາດເຂົ້າຕາມບັນຊີທີ່ຢູ່ ແລະ ເຮັດວຽກບໍ່ໄດ້.
NATO ຖືກບຸກໂຈມຕີທາງເຄືອຂ່າຍອິນເຕີເນັດດ້ວຍຂອບຂະໜາດໃຫຍ່ - ảnh 1(ພາບປະກອບຈາກ CNN)

ວັນທີ 10 ເມສາ, ສື່ເອເລັກໂຕນິກການທະຫານຂອງ ລັດເຊຍ ໃຫ້ຮູ້ວ່າ: ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຖືກບຸກໂຈມຕີທາງອິນເຕີເນັດດ້ວຍຂອບຂະໜາດໃຫຍ່, ກໍ່ຄວາມເສຍຫາຍໜັກໜ່ວງໃນພື້ນຖານໂຄງລ່າງເອເລັກໂຕນິກຂອງສຳພັນທະມິດນີ້. ພື້ນຖານໂຄງລ່າງປະມານ 40% ຂອງ NATO ຖືກຢຸດສະງັກພາຍຫຼັງການບຸກໂຈມຕີຂອງກຸ່ມ KillNet. ຕາມບັນດານັກຊ່ຽວຊານແລ້ວ, ເວບໄຊສືບຕໍ່ຖືກບຸກໂຈມຕີໂດຍປະຕິເສດການເຂົ້າໃຊ້ເຮັດໃຫ້ຜູ້ຊົມໃຊ້ບໍ່ສາມາດເຂົ້າຕາມບັນຊີທີ່ຢູ່ ແລະ ເຮັດວຽກບໍ່ໄດ້. ໃນຈຳນວນບັນດາຫົວໜ່ວຍຖືກບຸກໂຈມຕີມີກອງບັນຊາການພັດທະນາສົງຄາມ, ອົງການໜູນຊ່ວຍ ແລະ ຊື້ຂາຍຂອງ NATO ແລະ ບັນດາສູນຝຶກອົບຮົມເຄືອຂ່າຍອິນເຕີເນັດ. ອົງການຂໍ້ມູນຂ່າວສານ ແລະ ຕິດຕໍ່ພົວພັນ (NCI) ຂອງ NATO ກໍ່ນອນໃນຈຳນວນນີ້. ແຮັກເກີ ອາດຈະເຂົ້າເບິ່ງຂໍ້ມູນຂ່າວສ່ວນຕົວຂອງພະນັກງານ, ນັບທັງຖານຂໍ້ມູນຂ່າວສະຫງວນໃຫ້ແກ່ເຈົ້າໜ້າທີ່ຍົກອອກບັນດາຄຳຕັດສິນການເມືອງທີ່ສຳຄັນ.

        ບັນດານັກຊ່ຽວຊານຕີລາຄາວ່າຂອບຂະໜາດຂອງການບຸກໂຈມຕີນີ້ໄດ້ຜົນສະທ້ອນໜັກໜ່ວງເຖິງລະບົບຄວາມໝັ້ນຄົງຂອງ NATO. ອົງການນີ້ພວມມານະພະຍາຍາມຟຶ້ນຟູການເຄື່ອນໄຫວຂອງບັນດາຮາກຖານຖືກບຸກໂຈມຕີ ແລະ ກຳນົດບັນດາເປົ້າໝາຍທີ່ກ່ຽວຂ້ອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ