NATO ເຊື້ອ​ເຊີນ​ທ່ານ Joe Biden ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ

(VOVWORLD) -ອົງການດັ່ງກ່າວໄດ້ເຊື້ອເຊີນທ່ານ Joe Biden, ເຊິ່ງແມ່ນຜູ້ທີ່ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄົນທີ 46 ຂອງ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດຂອງສຳພັນທະມິດການທະຫານດັ່ງກ່າວ ຢູ່ ບຣຸກແຊນ, ປະເທດແບນຊິກ ໃນຕົ້ນປີ 2021, ພາຍຫຼັງທ່ານຮັບດຳລົງຕຳແໜ່ງ.
NATO ເຊື້ອ​ເຊີນ​ທ່ານ Joe Biden ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ - ảnh 1ທ່ານ Joe Biden ແລະ ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (ພາບ: nato.int)

 ວັນທີ 30 ພະຈິກ, ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO),  ໃຫ້ຮູ້ວ່າ ອົງການດັ່ງກ່າວໄດ້ເຊື້ອເຊີນທ່ານ Joe Biden, ເຊິ່ງແມ່ນຜູ້ທີ່ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄົນທີ 46 ຂອງ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດຂອງສຳພັນທະມິດການທະຫານດັ່ງກ່າວ ຢູ່ ບຣຸກແຊນ, ປະເທດແບນຊິກ ໃນຕົ້ນປີ 2021, ພາຍຫຼັງທ່ານຮັບດຳລົງຕຳແໜ່ງ.

        ອາທິດແລ້ວນີ້, ທ່ານເລຂາທິການໃຫຍ່ NATO ແລະ ປະທານສະພາເອີຣົບ Charles Michel ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Joe Biden, ໃນນັ້ນ ເຈົ້າໜ້າທີ່ສອງທ່ານ ໄດ້ສະເໜີໃຫ້ທ່ານ Joe Biden ສ້າງການພົວພັນຂ້າມອັດລັງຕິກຄືນໃໝ່ ແລະ ພົບປະກັບບັນດາປະເທດພັນທະມິດໃນເອີຣົບ ຂອງ ວໍຊິງຕັນໃນປີໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ