NATO ເລັ່ງ​ ຕາ​ລີ​ບານ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ​ກັບ ອາ​ເມ​ລິ​ກາ

(VOVWORLD) -ທ່ານ ເລຂານຸການໃຫຍ່ NATO ກໍ່ໃຫ້ຮູ້ວ່າ ອະນາຄົດຂອງ ນັກຮົບ NATO 10.000 ຄົນ ຢູ່ ອັບການິດສະຖານ ຈະໄດ້ຮັບການປຶກສາຫາລືຢູ່ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ NATO ຄາດວ່າຈະດຳເນີນໃນທ້າຍເດືອນກຸມພາ 2021.
NATO ເລັ່ງ​ ຕາ​ລີ​ບານ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ​ກັບ ອາ​ເມ​ລິ​ກາ - ảnh 1ບັນດາມືປຶນ ຕາລີບານ ຢູ່ Jalalabad, ອັບການິດສະຖານ (ພາບ: AFP/TTXVN)

ວັນທີ 4 ກຸມພາ, ທ່ານ Jens Stoltenberg ເລຂານຸການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເລັ່ງ ຕາລີບານ ຕ້ອງເຄົາລົບບັນດາຄຳໝັ້ນສັນຍາຫຼຸດຜ່ອນການໃຊ້ຄວາມຮຸນແຮງ, ກໍ່ຄືຕັດຂາດການພົວພັນກັບບັນດາກຸ່ມການກໍ່ການຮ້າຍໃນສະພາບການ NATO ພວມພິຈາລະນາຊັ່ງຊາເລື່ອງຖອນກຳລັງທະຫານອອກຈາກ ອັບການິດສະຖານ.

ທ່ານ ເລຂານຸການໃຫຍ່ NATO ກໍ່ໃຫ້ຮູ້ວ່າ ອະນາຄົດຂອງ ນັກຮົບ NATO 10.000 ຄົນ ຢູ່ ອັບການິດສະຖານ ຈະໄດ້ຮັບການປຶກສາຫາລືຢູ່ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ NATO ຄາດວ່າຈະດຳເນີນໃນທ້າຍເດືອນກຸມພາ 2021.

ປີກາຍນີ້, ອາເມລິກາໄດ້ລົງລາຍເຊັນໃນຂໍ້ຕົກລົງ ກັບຕາລີບານ ກ່ຽວກັບ ເລື່ອງຈະຖອນທະຫານ ອາເມລິກາ ທັງໝົດອອກຈາກອັບການິດສະຖານ ໃນເດືອນ ພຶດສະພາ 2021 ດ້ວຍເງື່ອນໄຂທີ່ວ່າ ຕາລີບານໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມການເຈລະຈາສັນຕິພາບກັບ ອຳນາດການປົກຄອງ Kabul ແລະ ຫຼຸດຜ່ອນການໃຊ້ຄວາມຮຸນແຮງ ຢູ່ປະເທດນີ້.

ກ່ອນໜ້ານັ້ນ, ໃນວັນທີ 1 ກຸມພາ, ຕາລີບານໄດ້ກ່າວຫາວ່າ ອາເມລິກາແມ່ນປະເທດລະເມີດຂໍ້ຕົກລົງສັນຕິພາບ ແລະ ຢັ້ງຢືນວ່າ ຕາລີບານຈະສືບຕໍ່ດຳເນີນບັນດາບັ້ນສົງຄາມສັກສິດ ຖ້າຫາກວ່າ ກຳລັງກອງທັບຂອງຕ່າງປະເທດບໍ່ຖອນທະຫານອອກຈາກ ອັບການິດສະຖານ ໃນເດືອນພຶດສະພາ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ