NATO ແລະ EU ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື

(VOVWORLD) - ວັນທີ 10 ມັງກອນ ຢູ່ ບຣຸກແຊນ ປະເທດ ແບນຊິກ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) Jens Stoltenberg, ທ່ານປະທານສະພາເອີຣົບ Charles Michel ແລະ ທ່ານນາງປະທານຄະນະກຳມະການເອີຣົບ (EC), Ursula von der Leyen ໄດ້ລົງນາມໃນຖະແຫຼງການຮ່ວມສະບັບທີ 3 ກ່ຽວກັບການຮ່ວມມືລະຫວ່າງ NATO ແລະ ສະຫະພາບເອີຣົບ (EU).
NATO ແລະ EU ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື - ảnh 1ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) Jens Stoltenberg, ທ່ານປະທານສະພາເອີຣົບ Charles Michel ແລະ ທ່ານນາງປະທານຄະນະກຳມະການເອີຣົບ (EC), Ursula von der Leyen 

ຖະແຫຼງການຮ່ວມ NATO ແລະ EU ຄັ້ງທີ 3 ແມ່ນແນໃສ່ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງອົງການນີ້ຫຼາຍກວ່າອີກ. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາລະດົມ “ທຸກເຄື່ອງມືສົມທົບກັນທີ່ມີຢູ່ແລ້ວ, ບໍ່ວ່າຈະເປັນດ້ານການເມືອງ, ເສດຖະກິດ ຫຼື ການທະຫານ ເພື່ອເດີນຕາມບັນດາເປົ້າໝາຍລວມເພື່ອຜົນປະໂຫຍດຂອງພົນລະເມືອງນັບຕື້ຄົນ”. ຕາມຖະແຫຼງການຮ່ວມແລ້ວ, ບັນດາການນຳ NATO ແລະ EU ຕັດສິນໃຈແກ້ໄຂການແກ້ງແຍ້ງຍຸດທະສາດ ທີ່ນັບມື້ນັບເພີ່ມຂຶ້ນ, ບັນດາບັນຫາກ່ຽວກັບການຟື້ນຟູ ແລະ ປົກປັກຮັກສາພື້ນຖານໂຄງລ່າງທີ່ສຳຄັນ. ນັບທັງ NATO ແລະ EU ລ້ວນແຕ່ “ສວມບົດບາດເພີ່ມເຕີມ, ເຊື່ອມໂຍງ ແລະ ປັບປຸງເຊິ່ງກັນ ແລະ ກັນ ໃນການໜູນຊ່ວຍການສ້າງສັນຕິພາບສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ