NATOຈັດການຊ້ອມຮົບຂະໜາດໃຫຍ່ຢູ່ທາງພາກໃຕ້ປະເທດເຢຍລະມັນ
(ພາບປະກອບ)
(vovworld) – ວັນທີ 26/08, ທະຫານໂດດຈ້ອງກວ່າ 1.000 ຄົນຂອງອົງການ NATO ໄດ້ຈັດການຊ້ອມຮົບຢູ່ Hohenfels, ທາງພາກໃຕ້້ເຢຍລະມັນ. ນີ້ແມ່ນສ່ວນໜຶ່ງໃນການຊ້ອມຮົບທາງອາກາດຫຼາຍຝ່າຍໃຫຍ່ສຸດຢູ່ເອີລົບ ນັບແຕ່ເມື່ອສິ້ນສຸດສົງຄາມໂລກຄັ້ງທີ 2 ທີ່ມີຊື່ວ່າ “ຮັບມືຢ່າງວ່ອງໄວ - 2015”. ການຊ້ອມຮົບນີ້ນອນໃນຂອບເຂດການຊ້ອມຮົບໃຫຍ່ “ຮັບມືຢ່າງວ່ອງໄວ - 2015” ຂອງ NATO, ແນ່ໃສ່ໂຄສະນາຄວາມສາມາດກ່ຽມພ້ອມຈະຜັນຂະຫາຍບັນດາກຳລັງສູ້ຮົບນາໆຊາດ ໃນບັນດາສະພາວະຮີບດ່ວນ. ມີຈຳນວນພົນທະຫານ 4.800 ຄົນທີ່ມາຈາກ 11 ປະເທດ NATO ເຂົ້າຮ່ວມການຊ້ອມຮົບຄັ້ງນີ້, ເຊິ່ງຖືກດຳເນີນໄປພ້ອມກັນຢູ່ທັງບຸນກາຣີ, ເຢຍລະມັນ, ອີຕາລີ ແລະ ໂຣມາເນຍ ໃນລະຫວ່າງແຕ່ວັນທີ 17/08 – 13/09.