OECD ຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢູ່ໃນລະດັບຕ່ຳສຸດໃນ 1 ທົດສະວັດຜ່ານມາ

(VOVWORLD) -ວັນທີ 19 ກັນຍາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຕີລາຄາຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ ພວມເຮັດໃຫ້ການເຕີບໂຕດ້ານເສດຖະກິດທົ່ວໂລກຫຼຸດລົງຢູ່ໃນລະດັບຕ່ຳສຸດໃນ 1 ທົດສະວັດຜ່ານມາ.
OECD ຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢູ່ໃນລະດັບຕ່ຳສຸດໃນ 1 ທົດສະວັດຜ່ານມາ - ảnh 1 (ພາບປະກອບ: Reuters)

OECD ໄດ້ຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກລົງຕາມລຳດັບປີ 2019 ຈາກລະດັບ 3,2% ລົງເຫຼືອພຽງ 2,9%, ປີ 2020 ຈາກລະດັບ 3,4% ລົງເຫຼືອພຽງ 3%. OECD ຖືວ່າ, ນີ້ແມ່ນບັນດາລະດັບເຕີບໂຕຕ່ຳສຸດນັບແຕ່ເກີດວິກິດການດ້ານການເງິນປີ 2008 – 2009 ແລະ ບັນດາໄພຫຼຸດລົງນັ້ນອາດຈະສືບຕໍ່ເພີ່ມຂຶ້ນ. ຕາມ OECD ແລ້ວ, ຄວາມເຄັ່ງຕຶງດ້ານການຄ້າປີນຂັ້ນໄດ ພວມເຮັດໃຫ້ຄວາມໄວ້ເນື້ອເຊື່ອໃນການລົງທຶນຖືກຫຼຸດລົງ, ພາໄປເຖິງເກີດຄວາມສ່ຽງດ້ານນະໂຍບາຍ, ສົ່ງຜົນສະທ້ອນເຖິງຕະຫຼາດການເງິນ, ກໍ່ຄວາມອັນຕະລາຍໃຫ້ແກ່ແງ່ຫວັງການເຕີບໂຕໃນອະນາຄົດ. ອົງການນີ້ໄດ້ກະຕຸກຊຸກຍູ້ຄວາມມານະພະຍາຍາມລວມໃນການຢຸດຕິສົງຄາມພາສີ ແລະ ໜູນຊ່ວຍລາຄາ, ຟື້ນຟູລະບົບໂປ່ງໃສ ແລະ ອີງຕາມກົດໝາຍ, ຈາກນັ້ນສົ່ງເສີມບັນດາວິສາຫະກິດລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ