OECD ຍົກລະດັບການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກ

(VOVWORLD) -ໃນບົດລາຍງານອັບເດັດກ່ຽວກັບແງ່ຫວັງເສດຖະກິດຂອງກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ເຊິ່ງໄດ້ປະກາດໃນວັນທີ 13 ມີນາ.
OECD ຍົກລະດັບການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກ - ảnh 1 (ພາບປະກອບ: THX/TTXVN)

ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກລະດັບການຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກໃນປີ 2018 ແລະ 2019 ຂຶ້ນ.

        OECD ໃຫ້ຂໍ້ສັງເກດວ່າ, ການເຕີບໂຕດ້ານເສດຖະກິດທົ່ວໂລກໃນປີ 2018 ແລະ 2019 ຈະບັນລຸລະດັບ 3,9%. ນີ້ແມ່ນລະດັບສູງສຸດນັບແຕ່ປີ 2011 ແລະ ສູງກວ່າ 0,3% ເມື່ອທຽບໃສ່ການຄາດຄະເນທີ່ໄດ້ຍົກອອກມາກ່ອນໜ້ານັ້ນ. ຕາມ OECD ແລ້ວ, ການຕົກລົງຍົກລະດັບການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກທີ່ໄດ້ຍົກອອກມານັ້ນ ສ່ວນໜຶ່ງແມ່ນຍ້ອນຄວາມຫວັງກ່ຽວກັບໂຄງການປະຕິຮູບພາສີອາກອນຢູ່ອາເມລິກາ ຈະຊຸກຍູ້ພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ. ຄຽງຂ້າງນັ້ນ, OECD ຍັງຖືວ່າ, ການຟື້ນຟູການເຄື່ອນໄຫວລົງທຶນຂອງກຸ່ມວິສາຫະກິດຈະໜູນຊ່ວຍດ້ານການຄ້າທົ່ວໂລກທີ່ເຕີບໂຕປະມານ 5% ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ