OPEC+ ຄາດ​ວ່າ​ຈະ​ປຶກ​ສ​າ​ຫາ​ລື​ເພື່ອຫຼຸດ​ຜ່ອນ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ

(VOVWORLD) - ຕາມ 2 ແຫຼ່ງຂ່າວຈາກອົງການບັນດາປະເທດສົ່ງອອກນ້ຳມັນບໍ່ ແລະ ບັນດາຄູ່ຮ່ວມມື (OPEC+) ໃຫ້ຮູ້ວ່າ ກຸ່ມນີ້ຈະປຶກສາຫາລືກ່ຽວກັບການຫຼຸດຜ່ອນປະລິມານການຜະລິດນໍ້າມັນຕື່ມອີກ ປະມານ 1 ລ້ານຖັງຕໍ່ວັນໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 4 ມິຖຸນາ.
OPEC+ ຄາດ​ວ່າ​ຈະ​ປຶກ​ສ​າ​ຫາ​ລື​ເພື່ອຫຼຸດ​ຜ່ອນ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ - ảnh 1ຮ້ານເຈາະນ້ຳມັນ ຢູ່ ຊີຣີ (ພາບປະກອບ: TTXVN)

ວັນທີ 2 ມິຖຸນາ, ຕາມ 2 ແຫຼ່ງຂ່າວຈາກອົງການບັນດາປະເທດສົ່ງອອກນ້ຳມັນບໍ່ ແລະ ບັນດາຄູ່ຮ່ວມມື (OPEC+) ໃຫ້ຮູ້ວ່າ ກຸ່ມນີ້ຈະປຶກສາຫາລືກ່ຽວກັບການຫຼຸດຜ່ອນປະລິມານການຜະລິດນໍ້າມັນຕື່ມອີກ ປະມານ 1 ລ້ານຖັງຕໍ່ວັນໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 4 ມິຖຸນາ. ເຖິງຢ່າງໃດກໍຕາມ, ນີ້ອາດຈະແມ່ນໜຶ່ງໃນບັນດາການເລືອກເຟັ້ນທີ່ໄດ້ຍົກອອກມາ. ຂໍ້ມູນດັ່ງກ່າວແມ່ນກົງກັນຂ້າມກັບຂໍ້ສັງເກດຂອງວົງການນັກໄຈ້ແຍກ ໂດຍຖືວ່າ OPEC+ ຈະບໍ່ປ່ຽນແປງນະໂຍບາຍປະລິມານການຜະລິດໃນປັດຈຸບັນ ໃນກອງປະຊຸມຄັ້ງຈະມາເຖິງ, ໂດຍບໍ່ຫົວຊາຕໍ່ການຫຼຸດຜ່ອນຫວ່າງມໍ່ໆມານີ້ຂອງລາຄານ້ຳມັນ ຍ້ອນບັນດາຄວາມວິຕົກກັງວົນທີ່ນັບມື້ນັບເພີ່ມຂຶ້ນກ່ຽວກັບເສດຖະກິດມະຫາພາກ. ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ພາກພື້ນຕາເວັນອອກກາງ ໄດ້ຄັດສະເໜີຄຳເຫັນຂອງນັກໄຈ້ແຍກຂອງບໍລິສັດທີ່ປຶກສາດ້ານພະລັງງານທົ່ວໂລກ Energy Espects ທີ່ໄດ້ຍົກອອກມາໃນກອງປະຊຸມວັນທີ 4 ມິຖຸນາ, OPEC+ ຈະບໍ່ມີການປ່ຽນແປງໃດໃນນະໂຍບາຍໂຄຕາໃນປັດຈຸບັນ, ພິເສດເມື່ອໄດ້ອອກຂໍ້ຕົກລົງຫຼຸດຜ່ອນປະລິມານການຜະລິດ ແບບສະໝັກໃຈເມື່ອເດືອນ ເມສາຜ່ານມາ. ບັນດານັກໄຈ້ແຍກຂອງ Energy Espects ຊີ້ແຈ້ງວ່າ: “ອາຣັບບີ ຊະອຸດິ ແລະ OPEC + ຈະສືບຕໍ່ມີຄວາມລະມັດລະວັງ ແລະ ປະຕິບັດບັນດາມາດຕະການຕື່ມອີກໂດຍໄວ ຖ້າຫາກວ່າບັນດາເງື່ອນໄຂມະຫາພາກສືບຕໍ່ຮ້າຍແຮງລົງ. ແຕ່ຍັງບໍ່ທັນໄດ້ກຳນົດວັນເວລາປະຕິບັດການກະທຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ