PLO ຕັດສິນໃຈຕ້ານຄືນຮ່າງກົດໝາຍຂອງສະພາແຫ່ງຊາດ ອິດສະລາແອັນ ກ່ຽວກັບ Jerusalem

(VOVWORLD) - ວັນທີ 02 ມັງກອນ, ວິທະຍຸກະຈາຍສຽງ ປາແລັດສະຕິນ ໃຫ້ຮູ້ວ່າ: ອົງການປົດປ່ອຍ ປາແລັດສະຕິນ (PLO) ໃຫ້ຄຳໝັ້ນສັນຍາວ່າ ຈະມີການກະທຳຕ້ານຄືນການປ່ອນບັດ ເພື່ອແນໃສ່ປັບປຸງອະທິປະໄຕຢູ່ Jerusalem ຂອງສະພາແຫ່ງຊາດ ອິດສະລາແອັນ.
PLO ຕັດສິນໃຈຕ້ານຄືນຮ່າງກົດໝາຍຂອງສະພາແຫ່ງຊາດ ອິດສະລາແອັນ ກ່ຽວກັບ Jerusalem - ảnh 1ທ່ານເລຂາທິການໃຫຍ່ PLO Saeb Erekat ພາບ: AFP/TTXVN

ທ່ານເລຂາທິການໃຫຍ່ PLO Saeb Erekat ຕຳໜິຕິຕຽນວ່າ “ນີ້ແມ່ນການຮ່ວມມືໃໝ່ລະຫວ່າງ ອາເມລິກາ ແລະ ອິດສະລາແອັນ ແນໃສ່ທຳລາຍຫຼັກການ 2 ລັດ” ພາຍຫລັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ. ທ່ານ Erekat ກໍ່ໃຫ້ຮູ້ວ່າ: ວົງການການນຳ ປາແລັດສະຕິນ ຕັດສິນໃຈປະເຊີນໜ້າກັບ “ທຸກກົນອຸບາຍຂອງ ອາເມລິກາ ແລະ ອິດສະລາແອັນ ດ້ວຍການກະທຳ ເພື່ອບັນລຸໄດ້ຖານະເປັນສະມາຊິກຢ່າງຄົບຖ້ວນຂອງລັດ ປາແລັດສະຕິນ ໃນສະຫະປະຊາຊາດ ກໍ່ຄືຈະຟ້ອງຮ້ອງ ເຖິງສະພາຄວາມໝັ້ນຄົງສະຫະປະຊາຊາດ, ສານຍຸຕິທຳສາກົນ ແລະ ສານອາຍາສາກົນ”.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ສະພາແຫ່ງຊາດ ອິດສະລາແອັນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ຕາມນັ້ນແລ້ວ ກຳນົດເລື່ອງປະລະການຄວບຄຸມສຳລັບບໍ່ວ່າເຂດດິນແດນໃດ ຂຶ້ນກັບ Jerusalem ແມ່ນຕ້ອງໄດ້ຮັບການເຫັນດີຈາກສະມາຊິກສະພາແຫ່ງຊາດເປັນສ່ວນຫລາຍ

ຕອບກັບ

ຂ່າວ/ບົດ​ອື່ນ