SEA Games 31: ຫວຽດນາມ ສືບຕໍ່ນຳໜ້າດ້ວຍຫຼຽນຄຳ 88 ຫຼຽນ

(VOVWORLD) -ໄລ່ຮອດທ້າຍວັນທີ 16 ພຶດສະພາ, ໃນຕາຕະລາງຫຼຽນຂອງ SEA Games 31, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 1 ດ້ວຍຫຼຽນຄຳ 88 ຫຼຽນ
SEA Games 31: ຫວຽດນາມ ສືບຕໍ່ນຳໜ້າດ້ວຍຫຼຽນຄຳ 88 ຫຼຽນ - ảnh 1(ພາບ: tuoitre.vn)

ດ້ວຍເລື່ອງຍາດໄດ້ຫຼຽນຄຳ 20 ຫຼຽນຢູ່ບັນດາເນື້ອໃນທີ່ລື້ງເຄີຍຄື: Pencak Silat, ແລ່ນແລະລານ, Taekwondo, ລອຍນ້ຳ… ໃນວັນທີ 16 ພຶດສະພາ, ຄະນະນັກກິລາ ຫວຽດນາມ ສືບຕໍ່ນຳໜ້າຕາຕະລາງຈັດອັນດັບຢູ່ SEA Games 31 ດ້ວຍຫຼຽນຄຳ 88 ຫຼຽນ.

        ໄລ່ຮອດທ້າຍວັນທີ 16 ພຶດສະພາ, ໃນຕາຕະລາງຫຼຽນຂອງ SEA Games 31, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 1 ດ້ວຍຫຼຽນຄຳ 88 ຫຼຽນ; ຖັດຈາກນັ້ນແມ່ນຄະນະນັກກິລາ ໄທ ຍາດໄດ້ຫຼຽນຄຳ 36 ຫຼຽນ; ຢືນອັນດັບທີ 3 ແມ່ນຄະນະນັກກິລາ ຟີລິບປິນ ຍາດໄດ້ຫຼຽນຄຳ 30 ຫຼຽນ.

        ໃນຕອນຄ່ຳວັນທີ 16 ພຶດສະພາ, ໄດ້ຈັດການແຂ່ງຂັນກິລາບານເຕະຊາຍນັກສຸດທ້າຍສາຍ B ລະຫວ່າງທິມບານເຕະ U23 ມາເລເຊຍ - U23 ກຳປູເຈຍ ໃນນັ້ນ ມາເລເຊຍ ສະເໝີກັບ U23 ກຳປູເຈຍ 2-2. ໃນນັດແຂ່ງຂັນທີ 2 ລະຫວ່າງ U23 ໄທ ແລະ U23 ລາວ, ທິມບານເຕະ ໄທ ຍາດໄດ້ໄຊຊະນະ 1-0 ຕໍ່ທິມບານເຕະລາວ, ຢືນອັນດັບທີ 1 ໃນສາຍ B.

        ໃນຮອບຮອງຊະນະເລີດບານເຕະຊາຍ, U23 ໄທ ແລະ ພົບປະ U23 ອິນໂດເນເຊຍ; U23 ຫວຽດນາມ ຈະພົບກັບ U23 ມາເລເຊຍ. 2 ນັດແຂ່ງຂັນຮອບຮອງຊະນະເລີດ ຈະດຳເນີນໃນຕອນແລງວັນທີ 19 ພຶດສະພາ ຢູ່ສະໜາມກິລາ ທຽນເຈື່ອງ (ນາມດິ້ງ) ແລະ ສະໜາມກິລາ ຝູທໍ້, ແຂວງ ຝູທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ