SOM 3- APEC 2017: ການເຈລະຈາບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ

(VOVWORLD) -ກະຊວງອຸດສາຫະກຳ-ການຄ້າສົມທົບກັບຄະນະເລຂາ APEC ແຫ່ງຊາດ ແລະ ຄະນະເລຂາ APECສາກົນປີ 2017 ຈັດຕັ້ງການເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີໃນພາກພື້ນອາຊີ-ປາຊີຟິກ
SOM 3- APEC 2017: ການເຈລະຈາບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ - ảnh 1ກອງປະຊຸມເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີໃນພາກພື້ນອາຊີ-ປາຊີຟິກ 

ວັນທີ 26 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໃນຂອບເຂດເວທີປາໄສເສດຖະກິດອາຊີປາຊີຟິກ APEC 2017 , ກະຊວງອຸດສາຫະກຳ-ການຄ້າສົມທົບກັບຄະນະເລຂາ APEC ແຫ່ງຊາດ ແລະ ຄະນະເລຂາ APECສາກົນປີ 2017 ຈັດຕັ້ງການເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີໃນພາກພື້ນອາຊີ-ປາຊີຟິກ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ປະທານ SOM APEC 2017 ໃຫ້ຮູ້ວ່າ :

    “ ສຳລັບຫວຽດນາມແລ້ວ, ໃນໄລຍະເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ພວກເຮົາຖືການສຳພັນກັບຕະຫຼາດປະເທດຕ່າງໆແມ່ນສຳຄັນທີ່ສຸດ. ດັ່ງນັ້ນ ພວກເຮົາໄດ້ເຈລະຈາ ແລະ ລົງນາມສັນຍາການຄ້າເສລີ 12 ສະບັບ, ສືບຕໍ່ເຈລະຈາບັນດາສັນຍາທີ່ສຳຄັນອື່ນໆ. ພ້ອມກັບທ່າອຽງລວມຂອງພາກພື້ນ, ສັນຍາເຫຼົ່ານີ້ ໄດ້ສ້າງເງື່ອນໄຂເພື່ອໃຫ້ສິນຄ້າ ແລະ ການບໍລິການພວກເຮົາແຊກຊຶມເຂົ້າຕະຫຼາດພາກພື້ນ ແລະ ສາກົນ ”

ຕອບກັບ

ຂ່າວ/ບົດ​ອື່ນ