SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ

(VOVWORLD) -ວັນທີ 22 ມິຖຸນາ, ກອງປະຊຸມທາງອອນລາຍບັນດາເຈົ້າໜ້າທີ່ອາວຸໄສ (SOM) ອາຊຽນ + 3 ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຖືກໄຂຂຶ້ນໃນວັນທີ 22 ມິຖຸນາ.
SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ, ນຳໜ້າເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ລ້ວນແຕ່ຢືນຢັນວ່າ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີມຂອງອາຊຽນ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໜູນຊ່ວຍບັນດາປະເທດອາຊຽນ ຍົກສູງ ກຳລັງຄວາມສາມາດດ້ານການແພດປ້ອງກັນ, ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ ແລະ ສຳໝ່ຳສະເໝີກັນ. ບັນດາປະເທດໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການຫັນການຄ້າເປັນເສລີ ແລະ ຮ່ວມສຳພັນເສດຖະກິດພາກພື້ນ, ໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວດຢຸງ ໄດ້ສະເໜີໃຫ້ 3 ປະເທດຄູ່ຮ່ວມມືຈົ່ງແບ່ງປັນບັນດາບົດຮຽນໃນການຮັບມືກັບໂລກລະບາດ, ໜູນຊ່ວຍອາຊຽນ ເພີ່ມທະວີກຳລັງຄວາມສາມາດຜະລິດ ແລະ ຊື້ວັກຊິນໃຫ້ແກ່ປະຊາຊົນຢ່າງທັນການ. ພ້ອມກັນນັ້ນ, ອາຊຽນ+3 ຄວນຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ແລກປ່ຽນການຄ້າ, ສົມທົບກັບບັນດາບັນຫາການເງິນ, ເງິນຕາ, ສ້າງຄວາມສະດວກໃຫ້ແກ່ການໄປມາຂອງປະຊາຊົນໃນພາກພື້ນເມື່ອມີເງື່ອນໄຂ.

        ທ່ານຮອງລັດຖະມົນຕີກໍ່ເນັ້ນໜັ້ກວ່າ, ໂດຍແມ່ນປະທານກຸ່ມຮັບຜິດຊອບສະເພາະຂໍ້ລິເລີມຮ່ວມສຳພັນອາຊຽນ (IAI), ຫວຽດນາມ ສະເໜີໃຫ້ບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍອາຊຽນ ຮັດແຄບໄລຍະຫ່າງຂອງການພັດທະນາຢູ່ບັນດາອະນຸພາກພື້ນຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ