Sydney ຍັງ​ຈັດ​ຕັ້ງລາຍ​ການ​​ ​ຍິງ​ບັ້ງ​ໄຟ​ດອກ ເພື່ອ​ຕ້ອ​ນ​ຮັບ ປີ​ໃໝ່​ 2020 ຕາມ​ແຜນ​ການ

(VOVWORLD) -ນະຄອນ Sydney ຂອງອົດສະຕາລີຍັງຄົງຈັດຕັ້ງລາຍການຍິງບັ້ງໄຟດອກທີ່ເປັນເອກະລັກໃນຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2020 ຄືທຸກໆປີ, ໂດຍບໍ່ຫົວຊາຕໍ່ເລື່ອງອຸນຫະພູມໃນວັນສຸດທ້າຍຂອງປີ 2019 ຢູ່ທີ່ນີ້ຄາດວ່າຈະສູງກ່ວາ 40 ອົງສາ.
Sydney ຍັງ​ຈັດ​ຕັ້ງລາຍ​ການ​​ ​ຍິງ​ບັ້ງ​ໄຟ​ດອກ ເພື່ອ​ຕ້ອ​ນ​ຮັບ ປີ​ໃໝ່​ 2020 ຕາມ​ແຜນ​ການ - ảnh 1ເຫດການຍິງບັ້ງໄຟດອກໃນຄຳຄື່ນສົ່ງທ້າຍປີເກົ່າ ຢູ່ Sydney (ພາບ: msn.com )

ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 29 ທັນວາ, ອຳນາດການປົກຄອງນະຄອນ Sydney ຢັ້ງຢືນວ່າ ຈະຮ່ວມມືກັບອຳນາດການປົກຄອງແຫ່ງສະຫະພັນ, ບັນດາຄະນະທູຕານຸທູດ, ຕຳຫຼວດ, ຫົນໜ່ວຍສາທາລະນະສຸກ ແລະ ໜ່ວຍດັບເພີງຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງລາຍການຍິງບັ້ງໄຟດອກເນື່ອງໃນໂອກາດປີໃໝ່ 2020 ນີ້

ຄາດຄະເນວ່າ, ລາຍການຍິງບັ້ງໄຟດອກທີ່ມີຊື່ສຽງຂອງນະຄອນ Sydney ໃນປີນີ້ຈະດຶງດູດແຂກທ່ອງທ່ຽວປະມານ 1 ລ້ານເທື່ອຄົນ ແລະ ນຳມາເຊິ່ງຈຳນວນເງິນ 130 ລ້ານ AUD, ທຽບເທົ່າກັບ 90 ລ້ານ USD ໃຫ້ແກ່ ພື້ນຖານເສດຖະກິດ ລັດ New South Wales.

ຕອບກັບ

ຂ່າວ/ບົດ​ອື່ນ