Traveloka ສ້າງແຜນ​ການ​ຜັນ​ຂະ​ຫຍາຍ​ການ​ບໍ​ລິ​ການ​ການ​ເງິນ ຢູ່ ຫວຽດ​ນາມ ແລະ ໄທ

(VOVWORLD) -ທ່ານ Caesar Indra ປະທານ Traveloka ໃຫ້ຮູ້ວ່າ ການດຳເນີນທຸລະກິດຂອງບໍລິສັດຢູ່ຕະຫຼາດ ຫວຽດນາມ ໄດ້ມີການເຄື່ອນໄຫວຢ່າງຄຶກຄື້ນກ່ວາເມື່ອທຽບໃສ່ກັບໄລຍະໂລກເກີດລະບາດໂຄວິດ - 19, ໃນຂະນະນັ້ນ ສາຂາຢູ່ ໄທ ກໍ່ໃກ້ຈະກັບຄືນສູ່ການເຄື່ອນໄຫວທີ່ເປັນປົກກະຕິແລ້ວ. ທ່ານ Indra ກໍ່ເນັ້ນໜັກວ່າ
Traveloka ສ້າງແຜນ​ການ​ຜັນ​ຂະ​ຫຍາຍ​ການ​ບໍ​ລິ​ການ​ການ​ເງິນ ຢູ່ ຫວຽດ​ນາມ ແລະ ໄທ - ảnh 1ສຳນັກງານ Traveloka ຢູ່ຫວຽດນາມ (ພາບ: traveloka.com)

Traveloka ເຊິ່ງແມ່ນບໍລິສັດ Startup ກ່ຽວກັບການທ່ອງທ່ຽວທາງອອນລາຍໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ພວມສ້າງແຜນການຜັນຂະຫຍາຍການບໍລິການດ້ານການເງິນຢູ່ ຫວຽດນາມ ແລະ ໄທ, ດ້ວຍເປົ້າໝາຍອາດຈະຕິດປະກາດ ໃນ ຕະຫຼາດຫຼັກຊັບ ອາເມລິກາ

ບໍລິສັດທີ່ມີການເຄື່ອນໄຫວຢູ່ ອິນໂດເນເຊຍ ມາເປັນເວລາ 9 ປີນີ້ ພວມເຫັນປະຈັກຕາ ທ່າຟື້ນຟູຢ່າງແຮງ, ພາຍຫຼັງໂລກລະບາດໂຄວິດ - 19 ເຊິ່ງເຮັດໃຫ້ຄວາມຕ້ອງການໃນການເດີນທາງໄປມາຫຼຸດລົງຢ່າງແຮງ. ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານ Caesar Indra ປະທານ Traveloka ໃຫ້ຮູ້ວ່າ ການດຳເນີນທຸລະກິດຂອງບໍລິສັດຢູ່ຕະຫຼາດ ຫວຽດນາມ ໄດ້ມີການເຄື່ອນໄຫວຢ່າງຄຶກຄື້ນກ່ວາເມື່ອທຽບໃສ່ກັບໄລຍະເກີດໂລກລະບາດໂຄວິດ - 19, ໃນຂະນະນັ້ນ ສາຂາຢູ່ ໄທ ກໍ່ໃກ້ຈະກັບຄືນສູ່ການເຄື່ອນໄຫວທີ່ເປັນປົກກະຕິແລ້ວ. ທ່ານ Indra ກໍ່ເນັ້ນໜັກວ່າ ໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດຜ່ານໄປແລ້ວ ແລະ Traveloka ພວມກະກຽມເປັນຢ່າງດີໃຫ້ແກ່ປີ 2021 ໃນສະພາບການຄວາມຕ້ອງການໄປມາພາຍໃນປະເທດພວມຊຸກຍູ້ການຟື້ນຟູ. ແຜນການໃນປັດຈຸບັນຂອງບໍລິສັດ ແມ່ນຍູ້ແຮງການລົງທຶນ ເຂົ້າໃນເຕັກໂນໂລຢີ ການເງິນ, ອະນຸຍາດໃຫ້ລູກຄ້າໄປມາ ໃນພາກພື້ນຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ