UAE ປະ​ກາດ​ແຜນ​ການ​ເປີດ​ດ່ານ​ຊາຍ​ແດນ​ກັບ ກາ​ຕາ ຄືນ​ໃໝ່

(VOVWORLD) -ການເຊື່ອມຕໍ່ສາຍການບິນກັບ UAE ຄືນໃໝ່ ຈະສວມບົດບາດສຳຄັນໃນສະພາບທີ່ ກາຕາ ຈະຈັດຕັ້ງຮອບຊິງຊະນະເລີດ ບານເຕະໂລກ  -  World Cup ໃນປີໜ້າ.
UAE ປະ​ກາດ​ແຜນ​ການ​ເປີດ​ດ່ານ​ຊາຍ​ແດນ​ກັບ ກາ​ຕາ ຄືນ​ໃໝ່ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 8 ມັງກອນ, ສຳນັກຂ່າວສານ WAM ໄດ້ໃຫ້ຂ່າວວ່າ ສະຫະລັດ ອາຣັບ ເອມມີເລດ (UAE) ຈະເປີດດ່ານຊາຍແດນທາງບົກ, ທາງທະເລ ແລະ ເຊື່ອມຕໍ່ສາຍການບິນກັບ ກາຕາ ຄືນໃໝ່ ນັບແຕ່ວັນທີ 9 ມັງກອນ. ການເຊື່ອມຕໍ່ສາຍການບິນກັບ UAE ຄືນໃໝ່ ຈະສວມບົດບາດສຳຄັນໃນສະພາບທີ່ ກາຕາ ຈະຈັດຕັ້ງຮອບຊິງຊະນະເລີດ ບານເຕະໂລກ  -  World Cup ໃນປີໜ້າ.

         ໃນວັນດຽວກັນ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan  ໄດ້ສະແດງຄວາມຊົມເຊີຍບາດກ້າວບຸກທະລຸ ລະຫວ່າງ ບັນດາປະເທດ ອາຣັບ ທີ່ຢູ່ເຂດອ່າວເປີເຊຍ  ແລະ ກາຕາ, ພ້ອມທັງໃຫ້ຂໍ້ສັງເກດວ່າ ນີ້ແມ່ນການກະທຳປັບປຸງການພົວພັນ  ກໍຄື ຍົກເລີກການຈຳກັດ ແມ່ນນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ພາກພື້ນນີ້..


ຕອບກັບ

ຂ່າວ/ບົດ​ອື່ນ