UNDP ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ແລະ ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາການ​ພັດ​ທະ​ນາ​ທີ່ຈະ​ມາ​ເຖິງ

(VOVWORLD) -   ວັນທີ 7 ເມສາ, ທ່ານເອກອັກຄະລັກຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຮັດວຽກກັບທ່ານ Achim Steiner, ຜູ້ອຳນວຍການໃຫຍ່ອົງການ ສປຊ ເພື່ອການພັດທະນາ (UNDP).
UNDP ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ແລະ ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາການ​ພັດ​ທະ​ນາ​ທີ່ຈະ​ມາ​ເຖິງ - ảnh 1ທ່ານ Achim Steiner, ຜູ້ອຳນວຍການໃຫຍ່ UNDP ແລະ ທ່ານເອກອັກຄະລັກຖະທູດ ດັ້ງຮວ່າງຢາງ

ທີ່ການເຮັດວຽກ, ທ່ານ Achim Steiner, ຜູ້ອຳນວຍການໃຫຍ່ UNDP ວ່າ ໃນຂະນະທີ່ສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ, ບັນດາປະເທດຕ້ອງສຸມໃສ່ບັນຫາພັດທະນາ. ທ່ານເນັ້ນໜັກວ່າ UNDP ພ້ອມແລ້ວທີ່ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນວິວັດການພັດທະນາໃນໄລຍະຈະມາເຖິງ.

        ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ UNDP ທີ່ມີຕໍ່ ຫວຽດນາມ ໃນໄລຍະຜ່ານມາໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນຄວາມມານະພະຍາຍາມຂອງ UNDP ໃນບັນຫາພັດທະນາ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມວິວັດການວາງແຜນກຳນົດນະໂຍບາຍ ແລະ ຄວາມມານະພະຍາຍາມໜູນຊ່ວຍການພັດທະນາໃນພາກພື້ນຂອງ UNDP ຢ່າງເລິກເຊິ່ງກວ່າອີກ.

        ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ ກັບທ່ານ Achim Steiner ກ່ຽວກັບບັນດາຂົງເຂດເຊິ່ງສອງຝ່າຍສາມາດເພີ່ມທະວີການຮ່ວມມື ເປັນຕົ້ນແມ່ນ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເສດຖະກິດຢູ່ທະເລ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.  

ຕອບກັບ

ຂ່າວ/ບົດ​ອື່ນ