Vietnam Airlines ​ເຊື່ອ​ມ​ຕໍ່​ສາຍ​ການ​ບິນ​ປົກ​ກະ​ຕິ​​ໄປ​ເອີ​ຣົບ ​ ​ນັບແຕ່​ວັນ​ທີ 24 ມັງ​ກອນ

(VOVWORLD) - ຕໍ່ກັບບັນດາປະເທດທີ່ຍັງເຫຼືອຢູ່ເອີຣົບ, ວັນທີ 24 ມັງກອນ Vietnam Airlines ຄາດວ່າຈະປະຕິບັດຖ້ຽວບິນປົກກະຕິທຳອິດຈາກ ຮ່າໂນ້ຍ ໄປ ລອນດອນ (ອັງກິດ), ຜ່ານ ປາຣີ (ຝຣັ່ງ)  ຫຼັງຈາກນັ້ນບິນກັບຄືນມາຮ່າໂນ້ຍ.
Vietnam Airlines ​ເຊື່ອ​ມ​ຕໍ່​ສາຍ​ການ​ບິນ​ປົກ​ກະ​ຕິ​​ໄປ​ເອີ​ຣົບ ​ ​ນັບແຕ່​ວັນ​ທີ 24 ມັງ​ກອນ - ảnh 1ພາບປະກອບ: Vietnam Airlines

ວັນທີ 21 ມັງກອນ,  Vietnam Airlines ປະກາດການຜັນຂະຫຍາຍແຜນການຟື້ນຟູບັນດາສາຍການບິນປົກກະຕິລະຫວ່າງ ຫວຽດນາມ, ລັດເຊຍ, ອັງກິດ, ຝຣັ່ງ, ອົດສະຕາລີຢ່າງເປັນທາງການ. ຄາດວ່າ, ບັນດາຖ້ຽວບິນທຳອິດຈະເລີ່ມປະຕິບັດໃນອາທິດໜ້າ, ແຕ່ວັນທີ 24 ມັງກອນ. ຕາມນັ້ນແລ້ວ, Vietnam Airlines ໄດ້ຂຶ້ນແຜນປະຕິບັດຖ້ຽວບິນປົກກະຕິຄືນໃຫ່ມ ລະຫວ່າງ ຮ່າໂນ້ຍ ແລະ ມົດສະກູ ( ລັດເຊຍ) ດ້ວຍ 1 ຖ້ຽວບິນຕໍ່ອາທິດ. ຖ້ຽວບິນທຳອິດ ມີແຜນບິນຄາດວ່າໃນວັນທີ 29 ມັງກອນ. ຕໍ່ກັບບັນດາປະເທດທີ່ຍັງເຫຼືອຢູ່ເອີຣົບ, ວັນທີ 24 ມັງກອນ Vietnam Airlines ຄາດວ່າຈະປະຕິບັດຖ້ຽວບິນປົກກະຕິທຳອິດຈາກ ຮ່າໂນ້ຍ ໄປ ລອນດອນ (ອັງກິດ), ຜ່ານ ປາຣີ (ຝຣັ່ງ)  ຫຼັງຈາກນັ້ນບິນກັບຄືນມາຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ