Viettel ສ້າງ App ສຸຂະພາບ ຫວຽດນາມ

(VOVWORLD) -ວັນທີ 07 ກຸມພາ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ໄດ້ສ້າງ App ສຸຂະພາບ ຫວຽດນາມ ສຳເລັດຢ່າງເປັນທາງການ ຕາມການສະເໜີຂອງກະຊວງສາທາລະນະສຸກ ຫວຽດນາມ, ແນໃສ່ໜູນຊ່ວຍປ້ອງກັນ, ຕ້ານເຊື້ອອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ.

 ນີ້ແມ່ນ App ຊ່ວຍປະຊາຊົນຕີລາຄາຄວາມສ່ຽງເອງ, ປະກອບຄວາມຮູ້ໃນການປ້ອງກັນ, ຕ້ານເຊື້ອພະຍາດໂດຍຜ່ານບັນດາການແນະນຳ, ຄຳກ່າວເຕືອນຈາກອົງການສາທາລະນະສຸກດ້ານວິຊາສະເພາະ ແລະ ກຳແໜ້ນສະພາບການຂອງເຊື້ອພະຍາດ ເພື່ອປ້ອງກັນຕົນເອງ ແລະ ວົງຄະນະຍາດ.

Viettel ສ້າງ App ສຸຂະພາບ ຫວຽດນາມ - ảnh 1

        ສຸຂະພາບ ຫວຽດນາມ ແມ່ນ App ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໜຶ່ງດຽວຂອງກະຊວງສາທາລະນະສຸກ ຫວຽດນາມ. App ນີ້ກໍ່ແມ່ນຊ່ອງຂໍ້ມູນຂ່າສານ ເພື່ອໃຫ້ປະຊາຊົນຊອກຫາຮາກຖານສາທາລະນະສຸກທີ່ຢູ່ໃກ້ທີ່ສຸດ ເພື່ອຈົດທະບຽນຂໍ້ມູນ ຖ້າມີຄວາມສ່ຽງຕິດເຊື້ອພະຍາດ, ແນະນຳວິທີການແຍກຕົວອອກຢູ່ຕ່າງຫາກ ແລະ ລາຍງານກໍລະນີຖືກສົງໄສ.

        ທ່ານສາມາດ Downdoad App ສຸຂະພາບ ຫວຽດນາມ ດ້ວຍລະຫັດດັ່ງລຸ່ມນີ້:

        iOS: https://apps.apple.com/app/id1489263065

          Android: https://suckhoetoandan.vn/install/android

         Link Fanpage: https://www.facebook.com/suckhoetoandan/

ຕອບກັບ

ຂ່າວ/ບົດ​ອື່ນ